ໃນຂອບເຂບການຢ້ຽມຢາມ, ທ່ານ Trump ໄດ້ມີການແລກປ່ຽນກັບທ່ານ Benjamin Netanyahu ນາຍົກລັດຖະມົນຕີ ອິດສະຣາແອັນ, ພົບປະກັບບັນດາຄອບຄົວທີ່ມີຕົວປະກັນໂດຍຂະບວນການ ຮາມາດສ ໄດ້ປ່ອຍເປັນອິດສະຫຼະພາບ. ໃນບົດກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດ ອິດສະຣາແອັນ (Knesset), ທ່ານປະທານາທິບໍດີ Trump ຢັ້ງຢືນວ່າ ຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ ແມ່ນ “ໄຊຊະນະອັນຍິ່ງໃຫຍ່ໃຫ້ແກ່ ອິດສະຣາແອັນ ແລະ ໂລກ”; ທ່ານ ເນັ້ນໜັກວ່າ ເຖິງວ່າ ມີຄວາມສ່ຽງຫຼາຍຢ່າງກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງຢຸດຍິງ ແຕ່ໃນທີ່ສຸດ “ພວກຂ້າພະເຈົ້າ ກໍບັນລຸໄດ້ສິ່ງດັ່ງກ່າວ”.
ໃນວັນດຽວກັນ, ເມື່ອກ່າວຄຳເຫັນທີ່ກອງປະຊຸມສຸດຍອດ Sharm El Sheikh (ອີຢິບ) ກ່ຽວກັບ ກາຊາ, ອີກຄັ້ງໜຶ່ງ, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ ສົງຄາມ ກາຊາ ໄດ້ສິ້ນສຸດລົງຢ່າງສົມບູນ ແລະດຽວນີ້ແມ່ນພາລະກິດສ້າງດິນແດນນີ້ຄືນໃໝ່. ທ່ານ Trump ຍ້ອງຍໍຊົມເຊີຍຂໍ້ຕົກລົງຢຸດຍິງໄລຍະທີ 1 ທີ່ຫາກໍ່ລົງນາມໃນກອງປະຊຸມກ່ຽວກັບການຢຸດຕິການປະທະກັນ ແລະແລກປ່ຽນຕົວປະກັນລະຫວ່າງ ອິດສະຣາແອັນ ແລະຂະບວນການຮາມາດສ ຢູ່ເຂດກາຊາ, ເອີ້ນນີ້ແມ່ນຂໍ້ຕົກລົງປະຫວັດສາດ “ບໍ່ເຄີຍມີໃຜຄິດວ່າ ຈະສາມາດບັນລຸໄດ້”. ທ່ານ Trump ກໍຫວັງວ່າ ບັນດາປະເທດໃນພາກພື້ນ ຈະເຂົ້າຮ່ວມສົນທິສັນຍາ Araham ກ່ຽວກັບການຫັນການພົວພັນລະຫວ່າງ ອິດສະຣາແອັນ ແລະ ໂລກ ອາຣັບ ເປັນປົກກະຕິ ໃນໄລຍະຈະມາເຖິງ.
ແຫຼ່ງຄັດຈາກ: vovworld.vn
Type the code from the image