ປາກິດສະຖານ ປິດປະຕູດ່ານຊາຍແດນກັບ ອາບການິດສະຖານ ຕັດສິນໃຈປົກປັກຮັກສາຜືນແຜ່ນດິນ
ວັນທີ 12 ຕຸລາ, ປາກິດສະຖານ ໄດ້ປະກາດປິດທຸກດ່ານຊາຍແດນ ກັບປະເທດອາບການິດສະຖານ, ພາຍຫຼັງການປະທະກັນຂ້າມເຂດຊາຍແດນທີ່ເກີດຂຶ້ນໃນວັນທີ 11 ຕຸລາ.
ປັດຈຸບັນ ອຳນາດການປົກຄອງ ຕາລີບານ ຢູ່ອາບການິດສະຖານ ຍັງບໍ່ທັນຍົກອອກຄຳເຫັນກ່ຽວກັບເລື່ອງນີ້. ສອງປະເທດມີເສັ້ນຊາຍແດນຍາວ 2.600 ກິໂລແມັດ. ການກະທຳຂອງປາກິດສະຖານ ໄດ້ຍົກອອກມາພາຍຫຼັງກອງທັບອາບການິດສະຖານ ຍິງປືນເລັ່ງໃສ່ບັນດາປ້ອມປ້ອງກັນຊາຍແດນຂອງປາກິດສະຖານ ໃນຄໍ່າຄືນວັນທີ 11 ຕຸລາ, ອາບການິດສະຖານ ປະກາດໄດ້ດັບສູນນັກຮົບປາກິດສະຖານ 58 ຄົນ ແຕ່ບໍ່ໃຫ້ຮູ້ລາຍລະອຽດກ່ຽວກັບເລື່ອງເຮັດແນວໃດເຂົາເຈົ້າ ຮູ້ຈຳນວນຜູ້ເສຍຊີວິດ ແລະຮັບບາດເຈັບ.
ແຫຼ່ງຄັດຈາກ: vovworld.vn