ນະຄອນຫຼວງ ຍີ່ປຸ່ນ ຮັກສາມາມມະຍົດນະຄອນໃຫຍ່ດີທີ່ສຸດໃນໂລກ
ນະຄອນຫຼວງ ໂຕກຽວ ຂອງຍີ່ປຸ່ນ ໄດ້ຮັບການຈັດອັນດັບວ່າແມ່ນນະຄອນໃຫຍ່ດີທີ່ສຸດໃນໂລກໃນປີທີ 2 ຢ່າງລຽນຕິດ, ປັບປຸງທີ່ຕັ້ງຂອງ “ປະເທດຕາເວັນຂຶ້ນ” ຄືດັ່ງປະເທດມະຫາອຳນາດດ້ານການທ່ອງທ່ຽວທົ່ວໂລກ.
    |
 |
ເລື່ອງ ໂຕກຽວ ໄດ້ຮັບການຮັບຮອງຢູ່ອັນດັບສູງໃນ 2 ປີຢ່າງລຽນຕິດນັ້ນ ໄດ້ສ່ອງແສງໃຫ້ເຫັນກຳລັງດູດດື່ມຫຼາຍຮູບຫຼາຍແບບ ແລະກຳລັງບົ່ມຊ້ອນພັດທະນາຂອງນະຄອນ. ພາບ: ສໍານັກຂ່າວສານຫວຽດນາມ |
ນີ້ແມ່ນໝາກຜົນທີ່ໄດ້ຮັບການຄັດເລືອກຈາກຜູ້ອ່ານ 757.000 ຄົນໃນການສຳຫຼວດຄັ້ງຫຼ້າສຸດ ແນໃສ່ຮັບໃຊ້ໃຫ້ແກ່ລາງວັນຜູ້ອ່ານນິຍົມເລືອກປີ 2025 ຂອງວາລະສານ Condé Nast Traveler. ນີ້ແມ່ນວາລະສານທີ່ສະໜອງຂໍ້ມູນກ່ຽວກັບການທ່ອງທ່ຽວຫຼູຫຼາ, ໂຮງແຮມ, ພັດທະຄານ ແລະບັນດາຫົວຂໍ້ທີ່ກ່ຽວຂ້ອງອື່ນ.
ເມື່ອແບ່ງປັນກ່ຽວກັບໝາກຜົນນີ້, ທ່ານນາງ Yuriko Koike ເຈົ້າຄອງນະຄອນຫຼວງ ໂຕກຽວ, ຢັ້ງຢືນວ່າ ເລື່ອງ ໂຕກຽວ ໄດ້ຮັບການຮັບຮອງຢູ່ອັນດັບສູງໃນ 2 ປີຢ່າງລຽນຕິດນັ້ນ ໄດ້ສ່ອງແສງໃຫ້ເຫັນກຳລັງດູດດື່ມຫຼາຍຮູບຫຼາຍແບບ ແລະກຳລັງບົ່ມຊ້ອນພັດທະນາຂອງນະຄອນ. ທ່ານນາງ Koike ຖືວ່າ ການປະສານສົມທົບຢ່າງກົມກຽວລະຫວ່າງວັດທະນະທຳທີ່ເປັນມູນເຊື້ອ ແລະທັນສະໄໝຂອງ ໂຕກຽວ ແມ່ນ “ລູກກຸນແຈ” ສ້າງທີ່ຕັ້ງສາກົນໃຫ້ແກ່ນະຄອນນີ້.
ໃນຕາຕະລາງຈັດອັນດັບ 10 ນະຄອນໃຫຍ່ແຖວໜ້າໂລກ (ບໍ່ລວມບັນດານະຄອນຂອງອາເມລິກາ), ເມືອງເກົ່າ ໂຕກຽວຂອງ ຍີ່ປຸ່ນ ຢືນອັນດັບທີ 2, ຖັດມາແມ່ນ Cape Town (ອາຟລິກາໃຕ້), ສິງກະໂປ ແລະເຊີອຸນ (ສ.ເກົາຫຼີ).
ແຫຼ່ງຄັດຈາກ: vovworld.vn