ບຣາຊິນ ຕັ້ງໜ້າກະກຽມຈັດ COP30
ວັນທີ 10 ຕຸລາ, ທ່ານນາງ Marina Silva ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະການປ່ຽນແປງຂອງດິນຟ້າອາກາດ ແຈ້ງໃຫ້ຊາບວ່າ ກອງປະຊຸມກະກຽມ COP30 (PreCOP30) ຈະຈັດຂຶ້ນຢູ່ Brasilia ແຕ່ວັນທີ 13 ຕຸລາ ຫາວັນທີ 14 ຕຸລາ, ແນໃສ່ຊຸກຍູ້ວິວັດທະນາການເຈລະຈາ ແລະ ຮັບປະກັນໃຫ້ກອງປະຊຸມ ຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມກົດບັດ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ໃຫ້ປະສົບຜົນສຳເລັດ.