ຕາມແຫຼ່ງຂ່າວຕ່າງໆຂອງ ປາແລັດສະຕິນ ແລະ ພາກພື້ນແລ້ວ, ມີຊາວ ປາແລັດສະຕິນ ປະມານ 800.000 ຄົນ, ເທົ່າກັບ 80% ປະຊາກອນຂອງນະຄອນ ກາຊາ ໄດ້ອອກຈາກຕົວເມືອງນີ້ຕາມຄຳແຈ້ງເຕືອນຂອງກອງທັບ ອິດສະຣາແອັນ. ການເຄື່ອນໄຫວກັບຄືນເມືອນະຄອນ ກາຊາ ແລະ ບັນດາເຂດຢູ່ທາງທິດເໜືອເຂດ ກາຊາ, ໄດ້ດຳເນີນຢ່າງເປັນທາງການໃນຕອນບ່າຍວັນທີ 10 ຕຸລາ, ພາຍຫຼັງທີ່ກອງທັບ ອິດສະຣາແອັນ ອອກແຈ້ງການປະຕິບັດສຳເລັດການຖອນກຳລັງຄັ້ງທີ 1 ຕາມຄຳໝັ້ນສັນຍາຢຸດຍິງທີ່ບັນລຸໄດ້ກັບຂະບວນການ ຮາມາດສ ຢູ່ ອີຢິບ ກ່ອນໜ້ານັ້ນ 1 ວັນ.

leftcenterrightdel
ຊາວ ປາແລັດສະຕິນ ພວມກັບຄືນເມືອປະເທດ, ວັນທີ 11 ຕຸລາ. ພາບ: REUTERS/Dawoud Abu Alkas

ກ່ຽວກັບສະພາບການຢຸດຍິງ, ສື່ມວນຊົນໃນພາກພື້ນຢັ້ງຢືນວ່າ ບັນດາຝ່າຍພວມປະຕິບັດຂໍ້ຕົກລົງຢ່າງເຂັ້ມງວດພໍສົມຄວນ. ບາງແຫຼ່ງຂ່າວເຜີຍໃຫ້ຮູ້ວ່າ, ຮາມາດສ ອາດຈະປະຕິບັດການປ່ອຍຕົວປະກັນໃນຕອນເຊົ້າວັນທີ 13 ຕຸລາ, ຊ້ຳບໍ່ໜຳແມ່ນໃນຕອນກາງຄືນວັນທີ 12 ຕຸລາ.

ແຫຼ່ງຄັດຈາກ: vovworld.vn