ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ເປັນປະທານການສ້າງ ແລະນໍາສະເໜີປະກອບຄໍາເຫັນລວມກ່ຽວກັບການຊຸກຍູ້ສິດຂອງມະນຸດໄດ້ຮັບການສັກຢາປ້ອງກັນ ເຊິ່ງໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ, ມາຮອດປະຈຸບັນມີ 51 ປະເທດທີ່ມາຈາກທຸກທະວີບໃຫ້ການສະໜັບສະໜູນ. ໃນວິວັດການເຂົ້າຮ່ວມກອງປະຊຸມ, ຄະນະຫວຽດນາມ ຕັ້ງໜ້າປະກອບຄໍາເຫັນໃນຫຼາຍວາລະປະຊຸມ ແລະວາລະປຶກສາຫາລືດ້ວຍຫຼາຍຫົວຂໍ້, ຄື: ຊາວໜຸ່ມ ແລະສິດຂອງມະນຸດ; ຜົນກະທົບຈາກການປ່ຽນແປງດິນຟ້າອາກາດຕໍ່ກັບສິດຂອງມະນຸດ; ນ້ຳສະອາດ ແລະອະນາໄມ; ສິດຂອງຜູ້ສູງອາຍຸ ແລະອື່ນໆ.

leftcenterrightdel
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມການລົງຄະແນນສຽງກ່ຽວກັບມະຕິ. ພາບ: ສໍານັກຂ່າວສານຫວຽດນາມ

ຄະນະຜູ້ແທນຫວຽດນາມ ໄດ້ຍົກອອກຢ່າງຈະແຈ້ງແຜນນະໂຍບາຍຂອງຫວຽດນາມ ກ່ຽວກັບການຊຸກຍູ້ ແລະປົກປ້ອງສິດທິມະນຸດ ຂອງປະຊາຊົນໝົດທຸກຄົນ; ແບ່ງປັນບັນດາມາດຕະການທີ່ຫວຽດນາມ ໄດ້ປະຕິບັດເພື່ອແນໃສ່ຊຸກຍູ້ ແລະປົກປ້ອງສິດຂອງກຸ່ມດ້ອຍໂອກາດ. ຄະນະຜູ້ແທນຫວຽດນາມ ໄດ້ເປັນເຈົ້າການ ແລະເຂົ້າຮ່ວມຢ່າງຕັ້ງໜ້າໃນທຸກການເຄື່ອນໄຫວຂອງສະພາ, ຈາກການແລກປ່ຽນ ແລະທາບທາມຄໍາເຫັນສອງຝ່າຍ ແລະຫຼາຍຝ່າຍກັບຄະນະຕາງໜ້າຂອງບັນດາປະເທດ ຈົນເຖິງປະກອບສ່ວນເຂົ້າໃນການສ້າງເນື້ອໃນເອກະສານ.

ໝາກຜົນທີ່ພົ້ນເດັ່ນພາຍຫຼັງການປະຊຸມເກືອບ 5 ອາທິດຕິດຕໍ່ກັນ ຂອງກອງປະຊຸມ ຄັ້ງທີ 60 ສະພາສິດທິມະນຸດ ຂອງສະຫະປະຊາຊາດ ແມ່ນຖະແຫຼງການ ແລະຂໍ້ຕົກລົງຂອງປະທານສະພາສິດທິມະນຸດ ແລະ 36 ມະຕິທີ່ໄດ້ຮັບການຮັບຮອງເອົາ.

ໂດຍ: ທູຈາງ