ກອງປະຊຸມສຸດຍອດສາກົນກ່ຽວກັບ ກາຊາ ໂດຍທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ລິເລີ່ມ, ຄາດວ່າຈະດຳເນີນໃນຕົ້ນອາທິດໜ້າຢູ່ນະຄອນ Sharm El Sheikh, ທາງທິດໃຕ້ແຫຼມ ຊີນາຍ ຂອງ ອີຢິບ. ນີ້ແມ່ນສະຖານທີ່ດຳເນີນການເຈລະຈາຢຸດຍິງຄັ້ງພິເສດລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ແຕ່ວັນທີ 6 – 8 ຕຸລາ ພາຍໃຕ້ການເປັນກາງ ແລະ ອຸປະຖຳຈາກ ອາເມລິກາ, ອີຢິບ, ກາຕາ ແລະ ຕວັກກີ. ວັນທີ 9 ຕຸລາ, ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງຢຸດຍິງໄລຍະທີ 1 ຕາມຂໍ້ລິເລີ່ມສິ້ນສຸດສົງຄາມ ກາຊາ ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ສະເໜີ ເມື່ອທ້າຍເດືອນກັນຍາ.
ວັນທີ 11 ຕຸລາ, ກະຊວງການຕ່າງປະເທດ ອີຢິບ ແຈ້ງໃຫ້ຊາບວ່າ ກອງປະຊຸມສຸດຍອດ ກາຊາ ຢູ່ Sharm El Sheikh ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ອີຢິບ Abdel Fattah El Sisi ຈະເປັນປະທານຮ່ວມ.
ແຫຼ່ງຄັດຈາກ: vovworld.vn
Type the code from the image