ກ່ອນທີ່ຕົກລົງກັບຄືນວັງ Matignon - ສຳນັກງານນາຍົກລັດຖະມົນຕີຝລັ່ງ, ທ່ານ Sébastien Lecornu ໄດ້ວາງອອກບາງເງື່ອນໄຂຕັດສິນຊີ້ຂາດກັບທ່ານປະທານາທິບໍດີ Emmanuel Macron. ລະອຽດ, ທ່ານຮຽກຮ້ອງໃຫ້ລັດຖະບານໃໝ່ຈະບໍ່ລວມມີບໍ່ວ່າບຸກຄົນໃດທີ່ ຢາກຫາສຽງເລືອກຕັ້ງເປັນປະທານາທິບໍດີ ປີ 2027, ນັບທັງຜູ້ທີ່ໃກ້ຊິດຄືທ່ານ Gérald Darmanin ລັດຖະມົນຕີກະຊວງພາຍໃນ  ຫຼື ທ່ານ Bruno Retailleau - ປະທານພັກ LR - ເຊິ່ງເປັນສອງການນຳທີ່ໄດ້ຮັບຖືວ່າ “ຜູ້ສະໝັກເລືອກຕັ້ງທີ່ມີຄວາມສາມາດບົ່ມຊ້ອນ”.

leftcenterrightdel
ທ່ານ Sébastien Lecornu ກ່າວຄຳເຫັນ ຢູ່ປາຣີ ໃນວັນທີ 8 ຕຸລາ. ພາບ: REUTERS

ນອກຈາກນັ້ນ, ທ່ານ Lecornu ກໍຮຽກຮ້ອງໃຫ້ທຸກຂໍ້ຕົກລົງລະຫວ່າງທຳນຽບປະທານາທິບໍດີຝລັ່ງ ກັບບັນດາພັກຝ່າຍຄ້ານໃນເມື່ອກ່ອນຕ້ອງໄດ້ນຳມາປຶກສາຫາລືຢູ່ສະພາແຫ່ງຊາດ, ລວມມີການປະຕິຮູບລະບອບນະໂຍບາຍພັກບຳນານ, ເຊິ່ງເປັນບັນຫາໜຶ່ງທີ່ມີຄວາມລະອຽດອ່ອນທີ່ສຸດ.

ແຫຼ່ງຄັດຈາກ: vovworld.vn