ຕາມສະຖາບັນ ພູເຂົາໄຟ ແລະແຜ່ນດິນໄຫວ ຟີລິບປິນ (Phivolcs), ຈຸດໃຈກາງໄດ້ກຳນົດວ່າຢູ່ເຂດທະເລນອກຝັ່ງເທດສະບານ Manay, ແຂວງ Davao Oriental, ຂຶ້ນກັບເກາະ Mindanao, ເຂດທີ່ມີປະຊາຊົນຫຼາຍອັນດັບທີ 2 ຂອງປະເທດນີ້. Phivolcs ແຈ້ງເຕືອນອາດຈະເກີດຄື້ນຟອງຍັກທີ່ມີກຳລັງທຳລາຍສູງດ້ວຍລະດັບຄື້ນສູງຈະນາບຂູ່ເຖິງຊີວິດອິນຊີ, ຮຽກຮ້ອງໃຫ້ຊຸມຊົນຢູ່ບັນດາເຂດແຄມທະລພາກກາງ ແລະພາກໃຕ້ ຟີລິບປິນ ຍົກຍ້າຍໄປຍັງບ່ອນທີ່ປອດໄພໃນທັນທີ.

ລະບົບແຈ້ງເຕືອນຄື້ນຟອງຍັກຂອງອາເມລິກາ ໃຫ້ຮູ້ວ່າ ຄື້ນແຕ່ລະບັ້ນມີຄວາມສູງແຕ່ 1 – 3 ແມັດ ອາດຈະສົ່ງຜົນກະທົບຕໍ່ບາງເຂດພາກຂອງຟີລິບປິນ. ນອກຈາກນັ້ນແລ້ວ, ບາງເຂດແຄມທະເລຂອງອິນໂດເນເຊຍ ແລະປະເທດເກາະ Palau ກໍໄດ້ຮັບການແຈ້ງເຕືອນວ່າ ອາດຈະເກີດມີຄື້ນມີຄວາມສູງແຕ່ 30 ຊັງຕີແມັດ ຫາ 1 ແມັດ.

ພາຍຫຼັງເກີດເຫດແຜ່ນດິນໄຫວ, ອິນໂດເນເຊຍ ໄດ້ອອກແຈ້ງເຕືອນຄື້ນຟອງຍັກໃຫ້ແກ່ບັນດາເຂດຢູ່ທາງພາກເໜືອ Sulawesi ແລະ Papua.

ແຫຼ່ງຄັດຈາກ: vovworld.vn