ລະບົບເຂົ້າອອກເມືອງດີຈີຕອນຂອງ ອີຢູ ມີຜົນສັກສິດຢ່າງເປັນທາງການ
ວັນທີ 12 ຕຸລາ, ບັນດາປະເທດສະມາຊິກສະຫະພາບເອີລົບ (ອີຢູ) ເລີ່ມຜັນຂະຫຍາຍລະບົບເຂົ້າອອກເມືອງໃໝ່, ໄດ້ເອີ້ນວ່າລະບົບເຂົ້າອອກເມືອງ (EES) ຢູ່ບັນດາເຂດຊາຍແດນຢູ່ພາຍນອກຂອງເຂົາເຈົ້າ.
ການຜັນຂະຫຍາຍໂຄງການນີ້ມີຄວາມໝາຍແມ່ນນັບແຕ່ປັດຈຸບັນພົນລະເມືອງທີ່ບໍ່ຂຶ້ນກັບອີຢູ ຕ້ອງຈົດທະບຽນຂໍ້ມູນຊີວະມິຕິ, ລວມມີ: ລາຍມື ແລະຖ່າຍຮູບເມື່ອເຂົ້າເມືອງຄັ້ງທຳອິດຢູ່ເຂດ Schengen. ສຳລັບບັນດາການເດີນທາງຫຼັງຈາກນັ້ນ, ພຽງແຕ່ຢັງຢືນຊື່ ແລະນາມສະກຸນທາງຊີວະມິຕິເທົ່ານັ້ນ. ບັນດາສະໜາມບິນໃຫຍ່ ຄື: ອີຕາລີ, ລວມມີສະໜາມບິນ Fiumicino ແລະ Malpensa, ພ້ອມກັບທ່າກໍາປັ່ນ Genoa ແລະ Civitavecchia ໄດ້ເລີ່ມນຳໃຊ້ລະບົບໃໝ່ນີ້ໃນວັນທີ 12 ຕຸລາ, ໃນຂະນະທີ່ເຢຍລະມັນ ເລີ່ມຜັນຂະຫຍາຍຢູ່ Stuttgart.
ແຫຼ່ງຄັດຈາກ: vovworld.vn