"ຈະບໍ່ມີລັດປາແລັດສະຕິນ", ຖະແຫຼງການນີ້ ໂດຍ ທ່ານນາຍົກລັດຖະມົນຕີ Benjamin Netanyahu ຍົກອອກມາໃນວັນທີ 11 ກັນຍາ, ເມື່ອເຂົ້າຮ່ວມເຫດການຢູ່ເຂດຕັ້ງຖິ່ນຖານຂອງອິດສະລາແອັນ ຢູ່ທາງທິດຕາເວັນອອກ Jerusalem. ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ກໍ່ຖະແຫຼງຈະປົກປ້ອງມໍລະດົກ, ດິນແດນ, ຄວາມໝັ້ນຄົງ ແລະເພີ່ມຈຳນວນປະຊາຊົນຕັ້ງຖິ່ນຖານຄົງທີ່ຢູ່ແຫ່ງນີ້. ແຕ່ດົນນານມາແລ້ວ, ອິດສະລາແອັນ ຫວັງທີ່ຈະກໍ່ສ້າງບົນເຂດດິນທີ່ກວ້າງປະມານ 12 ກິໂລຕາແມັດ ຢູ່ທາງທິດຕາເວັນອອກຂອງ Jerusalem, ໂດຍເອີ້ນວ່າ E1, ແຕ່ແຜນການນີ້ຖືກຢຸດສະຫງັກໃນຫຼາຍປີຍ້ອນປະສົບກັບການຄັດຄ້ານຂອງສາກົນ. ທ່ານເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ເຂດຕັ້ງຖິ່ນຖານຄົງທີ່ນີ້ຈະແບ່ງເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເປັນສອງພາກ ແລະກໍ່ໄພນາບຂູ່ຕໍ່ລັດປາແລັດສະຕິນ.
ແຫຼ່ງຄັດຈາກ: vovworld.vn
Type the code from the image