leftcenterrightdel
ພາບປະກອບ: Polsat News/REUTERS

ການຈັດກອງປະຊຸມ ໄດ້ດຳເນີນຕາມຄວາມຮຽກຮ້ອງຕ້ອງການຂອງບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ລວມມີ: ສະໂລວາກີ, ແດນມາກ, ເອຢິບ, ຝລັ່ງ ແລະອັງກິດ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ໂປໂລຍ Karol Nawrocki ໄດ້ເອີ້ນການກະທຳຂອງລັດເຊຍ ແມ່ນຄວາມມານະພະຍາຍາມເພື່ອລອງປະຕິກິລະຍາຕອບກັບຂອງ ໂປໂລຍ ແລະອົງການສົນທິສັນຍາ ອັດລັງຕິກເໜືອ (NATO). ຝ່າຍໂປໂລຍ ໄດ້ເພີ່ມທະວີຄວາມໝັ້ນຄົງ, ຢຸດຕິການສັນຈອນທາງອາກາດຢູ່ລຽບຕາມເຂດຊາຍແດນທາງທິດຕາເວັນອອກຕິດກັບ ເບລາຣຸດ ແລະຢູແກຼນ ຕໍ່ບັນດາຖ້ຽວບິນພົນລະເຮືອນທີ່ບິນຢູ່ຄວາມສູງ 3 ກິໂລແມັດ, ນັບທັງເຮືອບິນບໍ່ມີຄົນຂັບ ຈົນຮອດວັນທີ 9 ທັນວາ.

ໃນຂະນະນັ້ນ, ຝ່າຍລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ບໍ່ມີເຈດຈຳນົງເລັ່ງໃສ່ບໍ່ວ່າເປົ້າໝາຍໃດຢູ່ ໂປໂລຍ ແລະຈະບໍ່ຍົກອອກຄຳຄິດເຫັນຫຍັງກ່ຽວກັບເຫດການນີ້. ກະຊວງການຕ່າງປະເທດລັດເຊຍ ໄດ້ປະຕິເສດບັນດາຂໍ້ກ່າວຫາຂອງ ໂປໂລຍ ແລະຖະແຫຼງວ່າພ້ອມແລ້ວທີ່ຈະພ້ອມກັບກະຊວງປ້ອງກັນປະເທດລັດເຊຍ ປຶກສາຫາລືກັບໂປໂລຍ ກ່ຽວກັບບັນຫາທີ່ກ່ຽວຂ້ອງເພື່ອແນໃສ່ເຮັດໃຫ້ເຫດການທັງໝົດຈະແຈ້ງ.

ແຫຼ່ງຄັດຈາກ: vovworld.vn