ໂປໂລຍ ນຳໃຊ້ມາດຕາທີ 4 ຂອງ NATO
ທ່ານນາຍົກລັດຖະມົນຕີ ໂປໂລຍ Donald Tusk ໄດ້ກຳນົດວ່າ ມີເຫດລ່ວງລ້ຳເຂົ້າເຂດນ່ານຟ້າຂອງປະເທດນີ້ 19 ຄັ້ງ ແລະ ປະເທດນີ້ ໄດ້ຍິງ UAV ຕົກຢ່າງໜ້ອຍສຸດ 3 ລຳ ໂດຍຢັ້ງຢືນວ່າ ບໍ່ມີຜູ້ເສຍຊີວິດ ຫຼື ຮັບບາດເຈັດໃນເຫດການນີ້.
ວັນທີ 10 ກັນຍາ, ທ່ານ Donald Tusk ນາຍົກລັດຖະມົນຕີ ໂປໂລຍ ໃຫ້ຮູ້ວ່າ ປະເທດນີ້ໄດ້ນຳໃຊ້ມາດຕາທີ 4 ຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ເພື່ອຮຽກຈັດປະຊຸມດ່ວນພັນທະມິດການທະຫານພາຍຫຼັງວັດຖຸບິນບໍ່ມີຄົນຂັບ (UAV) ລ່ວງລ້ຳເຂົ້າເຂດນ່ານຟ້າຂອງປະເທດນີ້ ໃນຕອນກາງຄືນວັນທີ 9 ກັນຍາ. ກ່າວຄຳເຫັນທີ່ສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ Tusk ໄດ້ກຳນົດວ່າ ມີເຫດລ່ວງລ້ຳເຂົ້າເຂດນ່ານຟ້າຂອງປະເທດນີ້ 19 ຄັ້ງ ແລະ ປະເທດນີ້ໄດ້ຍິງ UAV ຕົກຢ່າງໜ້ອຍສຸດ 3 ລຳ ໂດຍ ຢັ້ງຢືນວ່າບໍ່ມີຜູ້ເສຍຊີວິດ ຫຼື ຮັບບາດເຈັດໃນເຫດການນີ້.
ສະພາອັດລັງຕິກເໜືອ (NAC) ໂດຍແມ່ນອົງການວາງອອກຂໍ້ຕົກລົງດ້ານການເມືອງທີ່ສຳຄັນ ຂອງ NATO ໄດ້ດຳເນີນກອງປະຊຸມປະຈຳອາທິດໃນຕອນເຊົ້າວັນທີ 10 ກັນຍາ. ເຖິງຢ່າງໃດກໍຕາມ, ຕາມບັນດານັກການທູດ, ສຳພັນທະມິດ ໄດ້ຕັດສິນວ່າ ກອງປະຊຸມຈະຈັດຂຶ້ນຕາມມາດຕາທີ 4 ຂອງສົນທິສັນຍາ ພັນທະມິດ. ຕາມມາດຕານີ້, ບໍ່ວ່າປະເທດສະມາຊິກໃດຂອງ NATO ກໍ່ອາດສາມາດຮຽກຈັດກອງປະຊຸມດ່ວນ ເມື່ອເຫັນວ່າ “ຜືນແຜ່ນດິນອັນຄົບຖ້ວນ, ຄວາມເອກະລາດດ້ານການເມືອງ ແລະ ຄວາມໝັ້ນຄົງ” ຂອງຕົນ ຖືກນາບຂູ່. ນີ້ແມ່ນຄັ້ງທີ 8 ທີ່ນຳໃຊ້ມາດຕາດັ່ງກ່າວ ນັບແຕ່ NATO ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1949.
ແຫຼ່ງຄັດຈາກ vovworld.vn