ໃນການໂອ້ລົມທາງໂທລະສັບ, ທ່ານ ຫວາງອີ ເນັ້ນໜັກວ່າ ໃນສັງກາດໃໝ່ນີ້, ຈີນ ແລະ ອາເມລິກາ ຄວນຮ່ວມມືເພື່ອສັນຕິພາບ ແລະວັດທະນາຖາວອນຂອງໂລກ, ພ້ອມກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ແບກຫາບຄວາມຮັບຜິດຊອບໃຫ້ສົມກັບຖານະທີ່ເປັນບັນດາປະເທດໃຫຍ່. ທ່ານ ຖືວ່າ ເພື່ອຮັບປະກັນພ້ອມກັນກ້າວຂຶ້ນສູ່ພາຍພາກໜ້າ, ບໍ່ຜິດເຂວ ຫຼື ມີຄວາມຊັກຊ້າ ສອງປະເທດຕ້ອງປະຕິບັດຕາມຄຳຊີ້ນຳຍຸດທະສາດຂອງການນຳສອງປະເທດ ແລະ ປະຕິບັດຄວາມເຫັນດີເຫັນພ້ອມສຳຄັນ ໂດຍ ປະມຸກລັດສອງປະເທດບັນລຸໄດ້ຢ່າງເຖິງຖອງ.

leftcenterrightdel
ພາບປະກອບຈາກ Times.

ໃນຂະນະນັ້ນ, ກະຊວງການຕ່າງປະເທດ ອາເມລິກາ ກໍ່ໄດ້ຄັດສະເໜີຄຳເວົ້າ ຂອງທ່ານ Rubio ລັດຖະມົນຕີການຕ່າງປະເທດອາເມລິກາ ໂດຍສະແດງຄວາມປາດຖະໜາຢາກດຳເນີນການເຈລະຈາທີ່ສ້າງສັນກັບ ຈີນ. ໃນການໂອ້ລົມທາງໂທລະສັບກັບ ທ່ານ ຫວາງອີ, ທ່ານລັດຖະມົນຕີການຕ່າງປະເທດ Rubio ເນັ້ນໜັກເຖິງລະດັບຄວາມສຳຄັນຂອງການຮັກສາການແລກປ່ຽນທີ່ເປີດເຜີຍ ແລະມີລັກສະນະສ້າງສັນກ່ຽວກັບບັນຫາສອງຝ່າຍຫຼາຍບັນຫາ.

ແຫຼ່ງຄັດຈາກ vovworld.vn