ອາເມລິກາ ຜັນຂະຫຍາຍອາວຸດນິວເຄຼຍຢູ່ ອັງກິດ ຄືນໃໝ່
ວັນທີ 21 ກໍລະກົດ, ວາລະສານປ້ອງກັນຊາດອັງກິດ (UK Defense Journal) ໄດ້ນຳສະເໜີຂ່າວວ່າ ອາເມລິກາ ໄດ້ນຳເອົາລູກລະເບີດນິວເຄຼຍແຮງຖ່ວງ B61-12 ຈຳນວນໜຶ່ງ ກັບຄືນມາຍັງຖານທີ່ໝັ້ນກອງທັບອາກາດ Lakenheath ຢູ່ Suffolk ປະເທດອັງກິດ, ເປັນຂີດໝາຍຄັ້ງທຳອິດທີ່ອາວຸດນິວເຄຼຍອາເມລິກາ ປະກົດຕົວຢູ່ທີ່ນີ້ນັບແຕ່ປີ 2008.
    |
 |
ພາບປະກອບຄັດຈາກ: OSINTdefender/X |
ຈຳນວນລູກລະເບີດນີ້ໄດ້ຂົນສົ່ງຈາກສູນອາວຸດນິວເຄຼຍກອງທັບອາກາດ ອາເມລິກາ ຢູ່ຖານທີ່ໝັ້ນ Kirtland, ລັດ New Mexico, ອາເມລິກາ ມາຍັງຮາກຖານເກັບຮັກສາທີ່ປອດໄພ ເຊິ່ງຫາກໍ່ໄດ້ສ້າງຕັ້ງຂຶ້ນໃໝ່ຢູ່ ອັງກິດ.
ຖານທີ່ໝັ້ນດັ່ງກ່າວເຄີຍແມ່ນບ່ອນເກັບຮັກສາອາວຸດນິວເຄຼຍອາເມລິກາ ໃນໄລຍະສົງຄາມເຢັນກ່ອນທີ່ຈະໄດ້ຖອນຕົວອອກໃນປີ 2008 ໃນຂອບເຂດບັນດາຂໍ້ລິເລີ່ມຫຼຸດຜ່ອນກຳລັງອາວຸດ ແລະທະຫານ. ເລື່ອງຜັນຂະຫຍາຍຄືນໃໝ່ຄັ້ງນີ້ແມ່ນດຳເນີນໃນສະພາບການພົວພັນລະຫວ່າງ NATO ແລະລັດເຊຍ ເຄັ່ງຕຶງຂຶ້ນຍ້ອນການປະທະກັນຢູ່ຢູແກຼນ ແລະຄວາມມານະພະຍາຍາມເພີ່ມທະວີຄວາມອາດສາມາດນາບຂູ່ດ້ານນິວເຄຼຍຂອງກຸ່ມພັນທະມິດ.
ແຫຼ່ງຄັດຈາກ: vovworld.vn