leftcenterrightdel
ຊາວປະແລັດສະຕິນ ໄປຮັບເຄື່ອງຊ່ວຍເຫຼືອມະນຸດສະທຳໃນວັນທີ 29 ພຶດສະພາ 2025. ພາບ: REUTERS/Hatem Khaled

ຖະແຫຼງການຮ່ວມຂອງທ່ານລັດຖະມົນຕີການຕ່າງປະເທດ 25 ປະເທດ, ໃນນັ້ນມີ ອັງກິດ, ຝລັ່ງ, ອີຕາລີ, ການາດາ, ອົດສະຕາລີ…, ຊີ້ແຈ້ງການປະທະກັນຢູ່ເຂດກາຊາ ຕ້ອງຢຸດຕິລົງໃນທັນທີ. ລັດຖະມົນຕີການຕ່າງປະເທດບັນດາປະເທດຝ່າຍຕາເວັນຕົກ ກໍເລັ່ງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ແລະປະຊາຄົມສາກົນຕ້ອງມີຄວາມເປັນເອກະພາບເພື່ອສິ້ນສຸດການປະທະກັນທີ່ຮ້າຍແຮງຢູ່ເຂດກາຊາ ຜ່ານຄໍາສັ່ງຢຸດຍິງຖາວອນ, ທັນທີ ແລະໄຮ້ເງື່ອນໄຂ. ສິ່ງທີ່ໜ້າສົນໃຈແມ່ນ, ໃນຖະແຫຼງການ, 25 ປະເທດໄດ້ຕຳໜິຕິຕຽນອິດສະຣາແອັນ ທີ່ເຮັດໃຫ້ເກີດສະພາບວິກິດການມະນຸດສະທຳທີ່ຮ້າຍແຮງຢູ່ເຂດກາຊາ ໃນປັດຈຸບັນ. ພະຍານຫຼັກຖານແມ່ນມີຊາວປາແລັດສະຕິນ ສ່ວນຫຼາຍໃນຈຳນວນ 800 ຄົນ ຖືກທຳຮ້າຍເຂັ່ນຂ້າໃນເວລາທີ່ພວມຊອກຫາອາຫານຢູ່ເຂດກາຊາ ໃນ 2 ເດືອນຜ່ານມາ, ເຊິ່ງຢູ່ບັນດາເຂດແຈກຢາຍເຄື່ອງຊ່ວຍເຫຼືອຂອງກອງທຶນມະນຸດສະທຳກາຊາ (GHF) ໂດຍອາເມລິກາ ແລະອິດສະຣາແອັນ ສ້າງຂຶ້ນ.

ໃນຂະນະນັ້ນ, ໃນວັນດຽວກັນ, ກະຊວງການຕ່າງປະເທດອິດສະຣາແອັນ ໄດ້ປະຕິເສດຖະແຫຼງການຮ່ວມໂດຍ 25 ປະເທດຝ່າຍຕາວັນຕົກໄດ້ລົງນາມ, ໃນນັ້ນຮຽກຮ້ອງ “ຄໍາສັ່ງຢຸດຍິງຖາວອນ ແລະໄຮ້ເງື່ອນໄຂ” ຢູ່ເຂດກາຊາ, ພ້ອມທັງກ່າວປະນາມວິທີການແກ້ໄຂຂອງອິດສະຣາແອັນ ໃນວິກິດການມະນຸດສະທຳຢູ່ເຂດນີ້.

ແຫຼ່ງຄັດຈາກ: vovworld.vn