ຮອບເຈລະຈາຕໍ່ໄປລະຫວ່າງລັດເຊຍ ແລະຢູແກຼນ ຄາດວ່າຈະດຳເນີນໃນຕອນຄ່ຳວັນທີ 23 ກໍລະກົດ
ຕາມແຫຼ່ງຂ່າວ ຕວັກກີ ໂດຍສຳນັກຂ່າວສານ RIA Novosti ໄດ້ຄັດສະເໜີ, ຮອບເຈລະຈາຕໍ່ໄປລະຫວ່າງລັດເຊຍ ແລະ ຢູແກຼນ ຄາດວ່າຈະຈັດຂຶ້ນໃນຕອນຄ່ຳວັນທີ 23 ກໍລະກົດ ຢູ່ນະຄອນ Istanbul, ຕວັກກີ. ເຖິງຢ່າງໃດກໍຕາມ, ບັນດາຝ່າຍທີ່ກ່ຽວຂ້ອງຍັງບໍ່ທັນຢັ້ງຢືນວັນເວລາ ແລະ ສະຖານທີ່ຢ່າງເປັນທາງການເທື່ອ.