leftcenterrightdel
ທ່ານ Dmitry Peskov ໂຄສົກວັງ Kremlin. ພາບ: Pavel Bednyakov/Pool via REUTERS

ວັນທີ 21 ກໍລະກົດ, ໃນຖະແຫຼງການ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ: ລັດເຊຍ ຈະປະກາດຢ່າງທັນທີເມື່ອຮູ້ແນ່ວແນ່ວັນດຳເນີນຮອບເຈລະຈາຄັ້ງຕໍ່ໄປ. ທ່ານ Dmitry Peskov ເນັ້ນໜັກວ່າ ແຜນຮ່າງບົດບັນທຶກຄວາມເຂົ້າໃຈຂອງ ມົດສະກູ ແລະກິີແອັບ ປະຈຸບັນແມ່ນກົງກັນຂ້າມ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມຫລາຍທີ່ສຸດເພື່ອປຶກສາຫາລື ແລະເຈລະຈາລະຫວ່າງສອງຝ່າຍ.

ກ່ອນໜ້ານັ້ນວັນທີ 19 ກໍລະກົດ, ປະທານາທິບໍດີຢູແກຼນ, ທ່ານ Volodymyr Zelensky ຢັ້ງຢືນ ກີແອັບ ໄດ້ສົ່ງຂໍ້ສະເໜີເຖິງ ມົດສະກູ ກ່ຽວກັບການຈັດຕັ້ງຮອບເຈລະຈາຄັ້ງໃໝ່ໃນອາທິດນີ້ພ້ອມທັງສະແດງຄວາມປາດຖະໜາຢາກຍູ້ໄວວິວັດການເຈລະຈາກ່ຽວກັບຄຳສັ່ງຢຸດຍິງ.

ແຫຼ່ງຄັດຈາກ: vovworld.vn