ພາຍຸອ່ອນລົງ, ຫຼາຍແຂວງເກີດຝົນຕົກໜັກ, ດິນເຊາະເຈື່ອນ, ນ້ຳແກ່ງຖ້ວມ
ວັນທີ 23 ກໍລະກົດ, ພາຍຸ Wipha ໄດ້ອ່ອນລົງ ແລະ ເຄື່ອນໄປຕາມທິດຕາເວັນຕົກສ່ຽງໃຕ້. ຍ້ອນຜົນສະທ້ອນຈາກພາຍຸ, ແຕ່ຕອນຄ່ຳວັນທີ 22 ກໍລະກົດ ຮອດຕອນເຊົ້າວັນທີ 23 ກໍລະກົດ, ຢຸ່ແຂວງ ແທັງຮວາ, ເງະອານ, ຕອນໃຕ້ແຂວງຝູທໍ້ ແລະ ເຊີນລາ ເກີດຝົນຕົກໜັກ. ຝົນຕົກໜັກກໍ່ສະພາບນ້້ຳຖ້ວມ ແລະ ນ້ຳແກ່ງຖ້ວມ.
ຢູ່ແຂວງເງະອານ, ຍ້ອນຜົນສະທ້ອນຂອງພາຍຸ Wipha, ເຮັດໃຫ້ຫຼາຍແຫ່ງເຂດພູດອຍຢູ່ບັນດາຕາແສງ ເມື່ອງແຊ໋ນ, ໂຍນມາຍ, ເມື່ອງກວາງ ເກີດດິນເຊາະເຈື່ອນ, ຫຼາຍເຂດຊຸມຊົນຖືກນ້ຳຖ້ວມ. ມີບາງເສັ້ນທາງສຳຄັນຖືກນ້ຳຖ້ວມເລິກ, ກໍ່ຄວາມອັນຕະລາຍໃຫ້ແກ່ປະຊາຊົນ ແລະ ພາຫະນະ.
    |
 |
ຢູ່ຫຼາຍເຂດຂອງແຂວງແທັງຮວາ ຖືກນ້ຳຖ້ວມ. ພາບ: vov.vn |
ທ່ານ ເລຮົ່ງທາຍ, ປະທານຄະນະກຳມະການປະຊາຊົນຕາແສງ ໂຍນມາຍ ໃຫ້ຮູ້ວ່າ: “ຄະນະຊີ້ນຳການປ້ອງກັນ, ຕ້ານໄພທຳມະຊາດຂອງຕາແສງ ໄດ້ຈັດກອງປະຊຸມ ແລະ ຊີ້ນຳໃຫ້ບັນດາກຳລັງທີ່ມີໜ້າທີ່ສົມທົບກັບກຳລັງຕັ້ງທັບຢູ່ບໍລິເວນ ຄື ທະຫານ, ຕຳຫຼວດ... ພວກຂ້າພະເຈົ້າ ໄດ້ຍົກຍ້າຍ 19 ຄອບຄົວຂອງບ້ານ ຊອຍວອຍ ມາຢູ່ຫໍວັດທະນະທຳເພື່ອຮັກສາການເຄື່ອນໄຫວເປັນປົກກະຕິໃຫ້ບັນດາຄອບຄົວນີ້”.
ຢູ່ແຂວງ ຝູທໍ້, ອຳນາດການປົກຄອງທ້ອງຖິ່ນ ກໍໄດ້ຍົກຍ້າຍ 340 ຄອບຄົວທີ່ພວມດຳລົງຊີວິດຢູ່ເຂດທີ່ມີຄວາມສ່ຽງເກີດດິນເຊາະເຈື່ອນ, ນ້ຳແກ່ງຖ້ວມໄປຍັງເຂດປອດໄພ.
ແຫຼ່ງຄັດຈາກ: vovworld.vn