leftcenterrightdel
ຄະນະເຈລະຈາ ລັດເຊຍ ແລະຢູແກຼນ ເຂົ້າຮ່ວມຮອບເຈລະຈາໃນວັນທີ 23 ກໍລະກົດ. ພາບ: REUTERS/Murad Sezer

ວັນທີ 23 ກໍລະກົດ, ລັດເຊຍ ແລະຢູແກຼນ ໄດ້ເລີ່ມຕົ້ນຮອບເຈລະຈາຄັ້ງທີ 3 ຢູ່ນະຄອນ Istanbul ຂອງ ຕວັກກີ ເພື່ອແກ້ໄຂການປະທະກັນທີ່ແກ່ຍາວຕະຫຼອດກວ່າ 3 ປີຜ່ານມາ. ຄະນະນັກເຈລະຈາ ລັດເຊຍ ໂດຍທ່ານ Vladimir Medinsky ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ນຳໜ້າ ໃນຂະນະທີ່ຄະນະນັກເຈລະຈາ ຢູແກຼນ ໂດຍທ່ານເລຂາສະພາຄວາມໝັ້ນຄົງແຫ່ງຊາດ Rustem Umerov ເປັນຫົວໜ້າຄະນະ.

ຕາມສຳນັກຂ່າວສານ TASS, ຮອບເຈລະຈາທີ 3 ໄດ້ສິ້ນສຸດລົງພາຍຫຼັງເຈລະຈາໄດ້ພຽງແຕ່ 40 ນາທີ ເທົ່ານັ້ນ ແລະໝາກຜົນລະອຽດຂອງການເຈລະຈາຍັງບໍ່ທັນໄດ້ປະກາດເທື່ອ. ສຳນັກຂ່າວສານ AFP ໄດ້ຄັດສະເໜີຄຳເຫັນຂອງທ່ານ Vladimir Medinsky  ຫົວໜ້າຄະນະເຈລະຈາລັດເຊຍ ໃຫ້ຮູ້ວ່າ ໃນການເຈລະຈາ, ລັດເຊຍ ແລະຢູແກຼນ ໄດ້ເຫັນດີແລກປ່ຽນຊະເລີຍເສິກ 1.200 ຄົນຂອງແຕ່ລະຝ່າຍ, ພ້ອມດຽວກັນນັ້ນ ມົດສະກູ ກໍສະເໜີມອບຊາກສົບຂອງທະຫານ ຢູແກຼນ 3.000 ຄົນ ໃຫ້ກີແອັບ. ກ່ອນໜ້ານັ້ນ, ຢູແກຼນ ແລະລັດເຊຍ ໄດ້ດຳເນີນ 2 ຮອບເຈລະຈາຢູ່ Istanbul ໃນວັນທີ 16 ພຶດສະພາ ແລະວັນທີ 2 ມິຖຸນາ, ເຊິ່ງຊ່ວຍໃຫ້ບັນລຸໄດ້ຂໍ້ຕົກລົງແລກປ່ຽນຊະເລີຍເສິກ ແລະຊາກສົບ/ອັດຖິຂອງທະຫານທີ່ເສຍຊີວິດຢູ່ສະໜາມຮົບນັບພັນຄົນ. ນອກຈາກນັ້ນ, ສອງຝ່າຍກໍແລກປ່ຽນຮ່າງບົດບັນທຶກຊ່ວຍຈຳກ່ຽວກັບມາດຕະການຢຸດຕິການປະທະກັນທີ່ໄດ້ແກ່ຍາວມາກວ່າ 3 ປີ.

ແຫຼ່ງຄັດຈາກ: vovworld.vn