WHO ກ່າວເຕືອນໄວຣັດ Chikungunya ມີຄວາມສ່ຽງແຜ່ລາມລະດັບສູງ
ວັນທີ 22 ກໍລະກົດ, ອົງການອະນາໄມໂລກ (WHO) ຮຽກຮ້ອງໃຫ້ມີການກະທຳໂດຍດ່ວນເພື່ອສະກັດກັ້ນກັບຄືນການແຜ່ລະບາດຂອງໄວຣັດ Chikungunya, ເມື່ອເກີດມີການລະບາດຮອບໃໝ່ຢູ່ບັນດາປະເທດ ອາຟະລິກາ ຢູ່ມະຫາສະໝຸດອິນເດຍ ພວມແຜ່ລາມອອກສູ່ວົງກວ້າງ.
WHO ກໍໃຫ້ຮູ້ວ່າ ປັດຈຸບັນ ຄາດວ່າ ມີ 5,9 ຕື້ ຄົນຢູ່ 119 ປະເທດ ມີຄວາມສ່ຽງຕິດໄວຣັດດັ່ງກ່າວ, ອາດຈະມີອາການເປັນໄຂ້ສູງ, ປວດຂໍ້ ແລະ ພິການແກ່ຍາວ. ໂລກລະບາດເມື່ອປີ 2004-2005 ຂອງໄວຣັດດັ່ງກ່າວ ໄດ້ສົ່ງຜົນກະທົບເຖິງປະຊາຊົນເກືອບເຄິ່ງລ້ານຄົນ, ສ່ວນໃຫຍ່ແມ່ນຢູ່ບັນດາເຂດເກາະນ້ອຍ ກ່ອນທີ່ແຜ່ລາມອອກສູ່ທົ່ວໂລກ.
ການແຜ່ລະບາດຂອງໄວຣັດ Chikungunya ໄດ້ເລີ່ມເກີດຂຶ້ນແຕ່ຕົ້ນປີ 2025 ດ້ວຍບັນດາບັ້ນແຜ່ລະບາດຄັ້ງໃຫຍ່ ຢູ່ປະເທດອາຟະລິກາ ຢູ່ ມະຫາສະໝຸດອິນເດຍ. ຫຼັງຈາກນັ້ນ ໄດ້ແຜ່ລາມອອກສູ່ບັນດາປະເທດ ອາຟະລິກາ, ອິນເດຍ ແລະ ອາຊີຕາເວັນອອກສ່ຽງໃຕ້.
ບັນດາປະເທດເອີຣົບ ກໍໄດ້ປະກົດມີກໍລະນີຕິດເຊື້ອພະຍາດຈາກພາຍນອກເຂົ້າທະວີບນີ້.
ແຫຼ່ງຄັດຈາກ: vovworld.vn