leftcenterrightdel
ສ.ເກົາຫຼີ ໄດ້ຮັບຄວາມເສຍຫາຍໜັກຈາກນ້ຳຖ້ວມເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ. ພາບ: kpl.gov.la

ຕາມຂ່າວຈາກສ.ເກົາຫຼີ, ວັນທີ 21 ກໍລະກົດນີ້, ກະຊວງ​ພາຍ​ໃນ​ຂອງ ສ.ເກົາຫຼີ ເປີດເຜີຍວ່າ: ເກີດຝົນຕົກຢ່າງໜັກ​ຫຼາຍ​ວັນຕິດຕໍ່ກັນເຮັດ​ໃຫ້​ເກີດໄພ​ນ້ຳ​ຖ້ວມ, ດິນ​ເຈື່ອນ, ​ຊັບ​ສິນ​ທັງ​ພາກ​ລັດ ​ແລະເອກະ​ຊົນ 4,000 ກວ່າ​ແຫ່ງ ໄດ້ຮັບຄວາມ​ເສຍ​ຫາຍ ແລະມີຜູ້ເສຍ​ຊີ​ວິດ​ ໃນ​ທົ່ວ​ປະ​ເທດ​ຈຳນວນ 18 ຄົນ, ສູນຫາຍອີກ 9 ຄົນ ໂດຍສະເພາະເມືອງຄາພະຢອງ ຊຶ່ງເປັນເຂດຣີສອດ ຕາກອາກາດໃນນະຄອນຫຼວງເຊອຸນ ຂອງ ສ.ເກົາຫຼີ ໄດ້ຮັບຄວາມເສຍຫາຍໜັກສຸດ. ຂະນະທີ່ປະຊາຊົນໃນພື້ນທີ່ປະສົບໄພໄດ້ຮັບຄວາມເດືອດຮ້ອນເປັນບໍລິເວນກວ້າງ. ປັດຈຸບັນ ເຈົ້າໜ້າທີ່ກູ້ໄພຂອງ ສ.ເກົາຫຼີ ເລັ່ງໃຫ້ການຊ່ວຍເຫຼືອຜູ້ປະສົບໄພຢ່າງຮີບດ່ວນ.

ແຫຼ່ງຄັດຈາກ: kpl.gov.la