leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດອີຣານ Abbas Araqchi. ພາບ: Tatyana Makeyeva/Pool via REUTERS

ຕາມທ່ານລັດຖະມົນຕີການຕ່າງປະເທດ Araghchi ແລ້ວ, ບັນດາຮາກຖານນິວເຄຼຍຂອງ ອີຣານ ໄດ້ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນບັນດາບັ້ນບຸກໂຈມຕີທາງອາກາດຂອງ ອາເມລິກາ ແລະອິດສະຣາແອັນ, ປັດຈຸບັນ ຍັງຄົງໄດ້ຮັບການຕີລາຄາຕື່ມອີກ. ທ່ານກໍຢັ້ງຢືນວ່າ ອີຣານ ພ້ອມແລ້ວທີ່ຈະເຈລະຈາກັບອາເມລິກາ, ແຕ່ “ໃນຈຸດເວລາປັດຈຸບັນຈະບໍ່ມີການພົບປະແບບເຊິ່ງໜ້າ”.

ກ່ອນໜ້ານັ້ນ, ເຕເຮຣານ ແລະວໍຊິງຕັນ ໄດ້ດຳເນີນ 5 ຮອບເຈລະຈານິວເຄຼຍ ໂດຍໂອມານ ເປັນກາງໄກ່ເກ່ຍ, ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງກ່ຽວກັບລະດັບທີ່ອີຣານ ສາມາດເສີມທາດຢູລານຽມ. ອາເມລິກາ ແລະອິດສະຣາແອັນ ຖືວ່າ ອີຣານ ໄດ້ຫຍັບມໍ່ເຂົ້າກັບລະດັບທີ່ສາມາດປະດິດສ້າງເປັນອາວຸດນິວເຄຼຍຢ່າງວ່ອງໄວ, ໃນຂະນະທີ່ ເຕເຮຣານ ຢັ້ງຢືນວ່າ ໂຄງການຂອງເຂົາເຈົ້າພຽງແຕ່ຮັບໃຊ້ຈຸດປະສົງພົນລະເຮືອນເທົ່ານັ້ນ.  ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 21 ກໍລະກົດ, ທ່ານ Donald Trump ປະທານາທິບໍດີອາເມລິກາ ໄດ້ຖະແຫຼງວ່າ ອາເມລິກາ ຈະປະຕິບັດບັນດາບັ້ນບຸກໂຈມຕີໃໝ່ເລັ່ງໃສ່ບັນດາຮາກຖານນິວເຄຼຍຂອງ ອີຣານ “ຖ້າມີຄວາມຈຳເປັນ”.

ແຫຼ່ງຄັດຈາກ: vovworld.vn