ປະທານາທິບໍດີ ອາເມລິກາ ຖະແຫຼງບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ຍີ່ປຸ່ນ
ວັນທີ 22 ກໍລະກົດ, ທ່ານປະທານາທິບໍດີອາເມລິກາ Donald Trump ແຈ້ງໃຫ້ຊາບວ່າ ບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ຍີ່ປຸ່ນ ແລະ ນີ້ອາດຈະແມ່ນຂໍ້ຕົກລົງໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ.
ໃນສື່ສັງຄົມອອນໄລ TruthSocial, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ຍີ່ປຸ່ນ ຈະລົງທຶນ 550 ຕື້ USD ເຂົ້າ ອາເມລິກາ ແລະ ອາເມລິກາ ຈະໄດ້ຮັບ 90% ກຳໄລ. ທ່ານປະທານາທິບໍດີອາເມລິກາ Donald Trump ເນັ້ນໜັກວ່າ ຂໍ້ຕົກລົງນີ້ຈະສ້າງວຽກເຮັດງານທຳນັບແສນໜ້າວຽກ ແລະ ນີ້ແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນ.
ຕາມທ່ານປະທານາທິບໍດີອາເມລິກາ ແລ້ວ, ສິ່ງສຳຄັນທີ່ສຸດແມ່ນ ຍີ່ປຸ່ນ ເປີດປະຕູຕະຫຼາດສຳລັບບັນດາຜະລິດຕະພັນຄືລົດໂອໂຕ ແລະລົດບັນທຸກ, ເຂົ້າສານ ແລະບາງຜະລິດຕະພັນກະເສດ ອື່ນອີກ. ລະດັບພາສີອາກອນນີ້ ຍັງບໍ່ຄິດໄລ່ເຖິງພາສີອາກອນ ເຊິ່ງ ອາເມລິກາ ພວມຈັດວາງສຳລັບບາງຂະແໜງການລະອຽດ ເຊັ່ນ ອາລູມີນຽມເຫຼັກກ້າ ແລະລົດໂອໂຕນຳເຂົ້າອາເມລິກາ.
ແຫຼ່ງຄັດຈາກ: vovworld.vn