ອາເມລິກາ ຈັດວາງອັດຕາພາສີ 160% ສຳລັບວັດສະດຸຖ່ານໄຟນຳເຂົ້າຈາກ ຈີນ
ວັນທີ 17 ກໍລະກົດ, ກະຊວງການຄ້າອາເມລິກາ ໄດ້ຈັດວາງອັດຕາພາສີຕ້ານການຂາຍບຸບລາຄາຊົ່ວຄາວ 93,5% ສຳລັບປະເພດສິນຄ້າ graphit ທີ່ນຳເຂົ້າຈາກ ຈີນ, ພາຍຫຼັງມີຂໍ້ສະຫຼຸບວ່າ ສິນຄ້າປະເພດນີ້ໄດ້ຮັບການໜູນຊ່ວຍດ້ານລາຄາໂດຍບໍ່ຍຸຕິທຳຈາກ ປັກກິ່ງ.
ຕາມສະຫະສະມາຄົມບັນດານັກຜະລິດວັດສະດຸຂົ້ວບວກ (anode) ຂອງ ອາເມລິກາ (AAAMP), ຫົວໜ່ວຍຍື່ນໃບຮ້ອງຟ້ອງ, ຍອດອັດຕາພາສີໃນຕົວຈິງຈະຂຶ້ນເຖິງ 160% ເມື່ອບວກກັບພາສີອື່ນໆທີ່ພວມປະກາດໃຊ້. ບັນດານັກຊ່ຽວຊານໃຫ້ຮູ້ວ່າ ອັດຕາພາສີດັ່ງກ່າວທຽບເທົ່າລາຍຈ່າຍເພີ່ມຂຶ້ນ 7 USD ແຕ່ລະກີໂລວັດ/ໂມງ ສຳລັບຖ່ານລົດໄຟຟ້າ. ການກະທຳດັ່ງກ່າວດຳເນີນໄປໃນສະພາບຄວາມເຄັ່ງຕຶງໃນການສະໜອງລົດໄຟຟ້າທົ່ວໂລກເພີ່ມຂຶ້ນ.
ກະຊວງການຄ້າອາເມລິກາ ໄດ້ຍົກອອກຂໍ້ສະຫຼຸບໃນເບື້ອງຕົ້ນກ່ຽວກັບພາສີຕ້ານການຂາຍບຸບລາຄາໃນເອກະສານທີ່ປະກາດວັນທີ 17 ກໍລະກົດ, ພ້ອມກັນນັ້ນໃຫ້ຮູ້ວ່າ ຂໍ້ຕົກລົງສຸດທ້າຍຈະໄດ້ຍົກອອກມາກ່ອນວັນທີ 5 ທັນວາ.
ແຫຼ່ງຄັດຈາກ: vovworld.vn