ວັນທີ 15 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຢູແກຼນ Denys Shmyhal  ແຈ້ງໃຫ້ຊາບວ່າ ໄດ້ຍື່ນສະເໜີໃບຄຳຮ້ອງລາອອກຈາກຕຳແໜ່ງ, ການກະທຳດັ່ງກ່າວໄດ້ເປີດທາງໃຫ້ແກ່ການປະຕິຮູບຄະນະລັດຖະບານດ້ວຍຂອບຂະໜາດໃຫຍ່ ເຊິ່ງຄາດວ່າຈະດຳເນີນໃນອາທິດນີ້. ກ່ອນໜ້ານັ້ນ, ສື່ມວນຊົນ ຢູແກຼນ ໄດ້ຄັດສະເໜີບັນດາແຫຼ່ງຂ່າວຈາກສະພາແຫ່ງຊາດ ແລະ ລັດຖະບານໂດຍໃຫ້ຮູ້ວ່າ ສະພາແຫ່ງຊາດປະເທດນີ້ຄາດວ່າຈະຍົກເລີກອາຍຸການລັດຖະບານປັດຈຸບັນ ໃນວັນທີ 16 ກໍລະກົດ ແລະແຕ່ງຕັ້ງຄະນະລັດຖະບານໃໝ່ໃນວັນທີ 17 ກໍລະກົດ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຢູແກຼນ Denys Shmyhal. ພາບ: ສໍານັກຂ່າວສານຫວຽດນາມ

ຕາມແຫຼ່ງຂ່າວຈຳນວນໜຶ່ງ, ວັນທີ 15 ກໍລະກົດ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ສະເໜີທ່ານນາງ Yulia Svyrydenko  ຮອງນາຍົກລັດຖະມົນຕີທີໜຶ່ງ ທັງເປັນລັດຖະມົນຕີກະຊວງເສດຖະກິດ  ຮັບດຳລົງຕຳແໜ່ງເປັນຜູ້ນຳໜ້າລັດຖະບານໃໝ່. ໃນສື່ສັງຄົມອອນໄລ X, ທ່ານ Zelensky ໃຫ້ຮູ້ວ່າ ການປະຕິຮູບຄະນະລັດຖະບານຄັ້ງນີ້ ເພື່ອແນໃສ່ຊຸກຍູ້ຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ເປີດກວ້າງການໜູນຊ່ວຍສັງຄົມ ແລະເພີ່ມຂອບຂະໜາດການຜະລິດດ້ານປ້ອງກັນຊາດ. ໃນຖະແຫຼງການອື່ນທີ່ໄດ້ປະກາດໃນວັນດຽວກັນ, ທ່ານປະທານາທິບໍດີ Zelensky ຖືວ່າ ດ້ວຍບັນດາບົດຮຽນປະສົບການໃນໄລຍະເປັນນາຍົກລັດຖະມົນຕີ, ທ່ານ Shmyhal ຈະມີບົດບາດທີ່ພົ້ນເດັ່ນໃນຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ.

ແຫຼ່ງຄັດຈາກ: vovworld.vn