leftcenterrightdel
ພາບປະກອບ: Cindy Liu/REUTERS

ໃນບັ້ນເຄື່ອນໄຫວທີ່ແກ່ຍາວໃນ 3 ວັນ, ກຳລັງເຈົ້າໜ້າທີ່ໄດ້ດຳເນີນບັນດາການບຸກໂຈມຕີກະທັນຫັນຢູ່ຫຼາຍສະຖານທີ່, ລວມທັງນະຄອນຫຼວງ ພະນົມເປັນ, ນະຄອນຊາຍແດນ Poipet ຕິດກັບ ໄທ ແລະນະຄອນທ່າກ່ຳປັ່ນ Sihanoukville. ຕາມການລາຍງານຂອງຕຳຫຼວດແລ້ວ, ມີຜູ້ຖືກສົງໄສກວ່າ 1.000 ຄົນ ຖືກຈັບຕົວໃນບັ້ນນີ້.

ຜູ້ຖືກສົງໄສສ່ວນຫຼາຍແມ່ນພົນລະເມືອງຕ່າງປະເທດ, ໃນນັ້ນ, ມີຊາວອິນໂດເນເຊຍກວ່າ 270 ຄົນ ແລະຊາວ ໄຕ້ຫວັນ (ຈີນ) 75 ຄົນ. ມີຫຼາຍຄົນໃນຈຳນວນນັ້ນ ຖືກຂາຍ ຫຼື ຖືກຕົວະຍົ້ວຫຼອກລວງໃຫ້ມາເຮັດວຽກ ຢູ່ບັນດາສູນຂະບວນການສໍ້ໂກງທາງອິນເຕີເນັດ ຢູ່ ກຳປູເຈຍ.

ແຫຼ່ງຄັດຈາກ: vovworld.vn