leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດຢູແກຼນ Andrii Sybiha. ພາບ: REUTERS/Kuba Stezycki

ກ່າວຄຳເຫັນໃນການຢ້ຽມຢາມ Lublin, ໂປໂລຍ ໃນວັນທີ 16 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Andrii Sybiha ໄດ້ຖະແຫຼງວ່າ Kiev ພ້ອມແລ້ວທີ່ຈະດຳເນີນບັນດາການເຈລະຈາສັນຕິພາບ ກັບມົດສະກູ ຕື່ມອີກ. ທ່ານ Sybiha ກໍ່ຢ້ຳຄືນຄຳຮຽກຮ້ອງຂອງ Kiev ກ່ຽວກັບການພົບປະລະຫວ່າງການນຳລັດເຊຍ ແລະ ຢູແກຼນ, ທ່ານ ເນັ້ນໜັກວ່ານີ້ແມ່ນບາດກ້າວທີ່ມີປະສິດທິຜົນທີ່ສຸດ ເພື່ອບັນລຸໄດ້ຄຳສັ່ງຢຸດຍິງ. ທ່ານ ຢັ້ງຢືນວ່າ ຢູແກຼນ ມີຄວາມພ້ອມໃຫ້ແກ່ບັນດາການເຈລະຈາດັ່ງກ່າວ ໃນບໍ່ວ່າຮູບແບບໃດ, ບໍ່ວ່າສະຖານທີ່ໃດ. ປັດຈຸບັນ ລັດເຊຍ ຍັງບໍ່ມີປະຕິກິລິຍາທາງການໃດຕໍ່ຖະແຫຼງການຫຼ້າສຸດຂອງທ່ານລັດຖະມົນຕີການຕ່າງປະເທດຢູແກຼນ ແຕ່ວ່າ ໃນການກ່າວຄຳເຫັນໃນວັນທີ 15 ກໍລະກົດ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Ryabkov ເນັ້ນໜັກວ່າ ລັດເຊຍ ສະໜັບສະໜູນມາດຕະການທາງການທູດໃຫ້ແກ່ການປະທະກັນຢູ່ຢູແກຼນ ແລະພ້ອມແລ້ວທີ່ຈະເຈລະຈາ, ແຕ່ດ້ວຍເງື່ອນໄຂລັດເຊຍ ຕ້ອງບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ.

ແຫຼ່ງຄັດຈາກ: vovworld.vn