ວັນທີ 15 ກໍລະກົດ, ກະຊວງປ້ອງກັນປະເທດລາວ ໃຫ້ຮູ້ວ່າ ລາວ ແລະ ລັດເຊຍ ຫາກໍປຶກສາຫາລື ແລະເປັນເອກະພາບແຜນການຈັດຕັ້ງການຊ້ອມຮົບຮ່ວມ “LAROS-2025”, ຄາດວ່າ ຈະດຳເນີນໃນທ້າຍປີນີ້ຢູ່ ລາວ. ການຊ້ອມຮົບດັ່ງກ່າວມີຫົວຂໍ້ “ຮຽງບ່າຮຽງໄຫຼ່ຕໍ່ສູ້ເພື່ອສັນຕິພາບ ແລະສະຖຽນລະພາບ” ແນໃສ່ແບ່ງປັນບົດຮຽນປະສົບການໃນການສູ້ຮົບລະຫວ່າງກຳລັງກອງທັບສອງປະເທດ.

leftcenterrightdel
ກອງທັບສອງປະເທດ ພວມຕັ້ງໜ້າແລກປ່ຽນ, ປຶກສາຫາລືເພື່ອເປັນເອກະພາບບັນດາເນື້ອໃນການຊ້ອມຮົບຮ່ວມ ກໍຄືບັນດາກິດຈະກຳພົບປະແລກປ່ຽນໃນຄັ້ງນີ້. ພາບ: qdnd.vn

ຕາມເຈົ້າໜ້າທີ່ກະຊວງປ້ອງກັນປະເທດລາວ ແລ້ວ, ປັດຈຸບັນ ສອງຝ່າຍພວມຕັ້ງໜ້າແລກປ່ຽນ, ປຶກສາຫາລືເພື່ອເປັນເອກະພາບບັນດາເນື້ອໃນການຊ້ອມຮົບຮ່ວມ ກໍຄືບັນດາກິດຈະກຳພົບປະແລກປ່ຽນວັດທະນະທຳ - ສິລະປະ, ກິລາ, ທ່ອງທ່ຽວໃນຕະຫຼາດໄລຍະດຳເນີນການຊ້ອມຮົບຮ່ວມ.

ການຊ້ອມຮົບ “LAROS-2025” ລະຫວ່າງ ລາວ ແລະ ລັດເຊຍ ໄດ້ຜັດປ່ຽນກັນຈັດແຕ່ປີ 2019 ເພື່ອແນໃສ່ເພີ່ມທະວີ ແລະເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ, ຍົກສູງຄວາມສາມາດສູ້ຮົບຂອງສອງກອງທັບ.

ໂດຍ: ກວຽດເຕິມ