ຈີນ - ມາເລເຊຍ ບັງຄັບໃຊ້ສັນຍາ ວ່າດ້ວຍການຍົກເວັ້ນວີຊາ
ຜູ້ທີ່ຖືໜັງສືຜ່ານແດນລັດຖະການ ແລະ ໜັງສືຜ່ານແດນທົ່ວໄປ ຂອງ ສປ ຈີນ ທີ່ຍັງຢູ່ໃນອາຍຸນຳໃຊ້ ພ້ອມທັງ ໜັງສືຜ່ານແດນທົ່ວໄປ ຂອງມາເລເຊຍ ທີ່ຍັງຢູ່ໃນອາຍຸນຳໃຊ້, ຖ້າມີຈຸດປະສົງ ເພື່ອການທ່ອງທ່ຽວ ແລະອື່ນໆ ເມື່ອເຂົ້າອອກເມືອງ ຫຼື ຜ່ານແດນຂອງກັນ ແລະກັນ ໂດຍ ພັກເຊົາ ບໍ່ເກີນ 30 ວັນ ແລະພາຍໃນ 180 ວັນ ນັບລວມແລ້ວ ພັກເຊົາບໍ່ເກີນ 90 ວັນ ສາມາດຍົກເວັ້ນວີຊາໄດ້.
ຕາມຂ່າວຈາກ CGTN, ຜູ້ທີ່ຖືໜັງສືຜ່ານແດນລັດຖະການ ແລະ ໜັງສືຜ່ານແດນທົ່ວໄປ ຂອງ ສປ ຈີນ ທີ່ຍັງຢູ່ໃນອາຍຸນຳໃຊ້ ພ້ອມທັງ ໜັງສືຜ່ານແດນທົ່ວໄປ ຂອງມາເລເຊຍ ທີ່ຍັງຢູ່ໃນອາຍຸນຳໃຊ້, ຖ້າມີຈຸດປະສົງ ເພື່ອການທ່ອງທ່ຽວ ແລະ ອື່ນໆ, ເມື່ອເຂົ້າອອກເມືອງ ຫຼື ຜ່ານແດນຂອງກັນແລະກັນ ໂດຍ ພັກເຊົາ ບໍ່ເກີນ 30 ວັນ ແລະ ພາຍໃນ 180 ວັນ ນັບລວມແລ້ວ ພັກເຊົາບໍ່ເກີນ 90 ວັນ ສາມາດຍົກເວັ້ນວີຊາໄດ້. ວັນທີ 16 ເມສາປີ 2025, ສປ ຈີນ ແລະ ມາເລເຊຍ ໄດ້ລົງນາມໃນສັນຍາ ວ່າດ້ວຍ ການຍົກເວັ້ນວີຊາ ເຊິ່ງກັນ ແລະກັນ ລະຫວ່າງສອງປະເທດ. ວັນທີ 17 ກໍລະກົດນີ້, ສັນຍາ ວ່າດ້ວຍການຍົກເວັ້ນວີຊາ ເຊິ່ງກັນ ແລະກັນລະຫວ່າງ ສປ ຈີນ - ມາເລເຊຍ ໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ ເຊິ່ງ ໝາຍຄວາມວ່າ ສປ ຈີນ ແລະ ມາເລເຊຍ ໄດ້ກ້າວເຂົ້າສູ່ “ຍຸກບໍ່ມີວີຊາ” ຢ່າງເປັນທາງການ.
ແຫຼ່ງຄັດຈາກ: kpl.gov.la