ເມື່ອເດືອນກ່ອນ, ຄະນະກຳມະການເອີຣົບ (EC) ໄດ້ປະກາດຂໍ້ສະເໜີບ້ວງລົງໂທດ ລັດເຊຍ ຄັ້ງທີ 18 ເຊິ່ງເລັ່ງໃສ່ບັນດາຂົງເຂດພະລັງງານ, ການເຄື່ອນໄຫວຂອງທະນາຄານ ແລະອຸດສາຫະກຳປ້ອງກັນຊາດ. ໃນຈຳນວນບັນດາມາດຕະການທີ່ໄດ້ສະເໜີມານັ້ນມີຄຳສັ່ງຫ້າມດຳເນີນບັນດາທຸລະກຳດ້ານການເງິນທີ່ກ່ຽວຂ້ອງເຖິງທໍ່ສົ່ງນ້ຳມັນອາຍແກັດ Nord Stream ຂອງ ລັດເຊຍ. ສະໂລວາກີ, ປະເທດທີ່ເອື່ອຍອີງໃສ່ເຊື້ອເພີງຂອງ ລັດເຊຍ ຫຼາຍທີ່ສຸດນັ້ນໄດ້ຄັດຄ້ານຂໍ້ສະເໜີດັ່ງກ່າວ, ດ້ວຍຂໍ້ອ້າງທີ່ວ່າ ຈະເຮັດໃຫ້ມີຄວາມວິຕົກກັງວົນກ່ຽວກັບການຂາດວັກຂາດຕອນແຫຼ່ງສະໜອງ ແລະຄ່າໃຊ້ຈ່າຍໃຫ້ແກ່ຂົງເຂດພະລັງງານຈະເພີ່ມຂຶ້ນສູງ.

leftcenterrightdel
ທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງຂອງ ອີຢູ ກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະການພົວພັນຕ່າງປະເທດ ກ່າວຄຳເຫັນໃນການຖະແຫຼງຂ່າວ ຢູ່ ບຣຸກແຊນ. ພາບ: ສໍານັກຂ່າວສານຫວຽດນາມ

ສິ່ງທີ່ໜ້າສົນໃຈແມ່ນ, ວັນທີ 15 ກໍລະກົດ, ບັນດາລັດຖະມົນຕີການຕ່າງປະເທດ ອີຢູ ໄດ້ຮັບຮອງເອົາການລົງໂທດ 7 ຄົນ ແລະໜຶ່ງອົງການທີ່ມີສາຍພົວພັນກັບ ມົດສະກູ ດ້ວຍຂໍ້ຫາວ່າ ຊອກຫາວິທີເຮັດໃຫ້ຂາດສະຖຽນລະພາບຢູ່ ມົນໂດວາ ກ່ອນດຳເນີນການເລືອກຕັ້ງສະພາແຫ່ງຊາດປະເທດນີ້ ເຊິ່ງຈະດຳເນີນໃນເດືອນ ກັນຍາ ຈະມາເຖິງ. ຖະແຫຼງການໃຫ້ຮູ້ວ່າ ບັນດາມາດຕະການລົງໂທດລວມທັງການກັກຊັບສິນ ແລະ ຫ້າມການສັນຈອນໄປມາ.

ແຫຼ່ງຄັດຈາກ: vovworld.vn