ວັນທີ 14 ກໍລະກົດ, ທ່ານ Maros Sefcovic ຄະນະກຳມະການດ້ານການຄ້າສະຫະພາບເອີຣົບ (EU) ໄດ້ແຈ້ງໃຫ້ຊາບວ່າ ບັນດາປະເທດສະມາຊິກໃນກຸ່ມໄດ້ເຫັນດີຈະຈັດວາງບັນດາມາດຕະການໂຕ້ຕອບຖ້າບັນດາການເຈລະຈາດ້ານການຄ້າກັບອາເມລິກາ ບໍ່ບັນລຸໄດ້ໝາກຜົນ. ໃນວັນດຽວກັນ, ຖະແຫຼງການໄດ້ຍົກອອກມາໃນສະພາບການຄະນະກຳມະການເອີຣົບ ໄດ້ປະກາດບັນຊີລາຍຊື່ບັນດາປະເພດສິນຄ້າໃໝ່ທີ່ນຳເຂົ້າຈາກອາເມລິກາ, ດ້ວຍມູນຄ່າປະມານ 72 ຕື້ ເອີໂຣ (84 ຕື້ ໂດລາສະຫະລັດ), ອາດຈະຖືກຈັດວາງອັດຕາພາສີ. ທ່ານ Sefcovic ເນັ້ນໜັກວ່າ ບັນຊີລາຍຊື່ນີ້ໄດ້ແບ່ງປັນກັບບັນດາລັດຖະມົນຕີການຄ້າ EU ທີ່ພວມປະຊຸມຢູ່ ບຣຸກແຊນ, ໃນຂະນະທີ່ບັນດາມາດຕະການຮັບມືພວມໄດ້ຮັບການ “ພິຈາລະນາຢ່າງລະມັດລະວັງ” ເພື່ອຮັບປະກັນຄວາມດຸ່ນດ່ຽງໃນການພົວພັນຂ້າມອັດລັງຕິກ.
ທ່ານ Sefcovic ໃຫ້ຮູ້ວ່າ ຍັງມີ “ຄວາມສາມາດສືບຕໍ່ເຈລະຈາ” ແລະທຸກຂໍ້ຕົກລົງທີ່ບັນລຸໄດ້ນັ້ນຈະຕ້ອງໄດ້ຮັບການໃຫ້ສັດຕະຍາບັນຈາກບັນດາສະມາຊິກ EU ແລະລັດຖະສະພາເອີຣົບ. ຄາດວ່າທ່ານຈະເຈລະຈາກັບບັນດາຄູ່ຮ່ວມມືອາເມລິກາ ເພື່ອປຶກສາຫາລືສະພາບການໃນປັດຈຸບັນ.
ແຫຼ່ງຄັດຈາກ: vovworld.vn
Type the code from the image