leftcenterrightdel
ທ່ານເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) Mark Rutte ພົບປະກັບທ່ານປະທານາທິບໍດີ Donald Trump. ພາບ: REUTERS/Nathan Howard

ວັນທີ 14 ກໍລະກົດ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ປະກາດບາດກ້າວຈຳນວນໜຶ່ງ ເພື່ອແນໃສ່ສ້າງກຳລັງກົດດັນຕໍ່ ລັດເຊຍ ມຸ່ງໄປເຖິງການສິ້ນສຸດການປະທະກັນຢູ່ຢູແກຼນ. ເມື່ອກ່າວຄຳເຫັນໃນການປະຊຸມຖະແຫຼງຂ່າວຮ່ວມກັບທ່ານເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) Mark Rutte ຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອາເມລິກາ ບັນລຸໄດ້ຂໍ້ຕົກລົງກັບ NATO, ຕາມນັ້ນແລ້ວບັນດາປະເທດ ເອີຣົບ ຈະຊື້ອາວຸດໂດຍ ອາເມລິກາ ຜະລິດ ແລະຫຼັງຈາກນັ້ນ ຈະສະໜອງໃຫ້ແກ່ ຢູແກຼນ. ກໍ່ໃນການປະຊຸມຖະແຫຼງຂ່າວ, ທ່ານປະທານາທິບໍດີ Donald Trump ສະແດງຄວາມຜິດຫວັງເມື່ອການປະທະກັນລະຫວ່າງລັດເຊຍ - ຢູແກຼນ ຍັງສືບຕໍ່ດຳເນີນ:

“ຂ້າພະເຈົ້າເຄີຍຄິດວ່າ ຈະບັນລຸໄດ້ຂໍ້ຕົກລົງກ່ອນນີ້ 2 ເດືອນ ແຕ່ສິ່ງນັ້ນເບິ່ງຄືວ່າບໍ່ສາມາດເກີດຂຶ້ນ. ເພາະເຫດນັ້ນ, ພວກຂ້າພະເຈົ້າຈະຈັດວາງອັດຕາພາສີຖ້າບໍ່ບັນລຸໄດ້ຂໍ້ຕົກລົງກັບ ລັດເຊຍ ໃນເວລາ 50 ວັນ. ອັດຕາພາສີຈະແມ່ນ 100%.”

ໃນຂະນັ້ນນັ້ນ, ວັນທີ 14 ກໍລະກົດ, ທ່ານ Kirill Dmitriev, ຜູ້ອໍານວຍການໃຫຍ່ກອງທຶນລົງທຶນໂດຍກົງລັດເຊຍ, ທູດພິເສດຂອງທ່ານປະທານາທິບໍດີ ລັດເຊຍ ຮັບຜິດຊອບການຮ່ວມມືດ້ານເສດຖະກິດ - ລົງທຶນກັບບັນດາປະເທດ ໄດ້ຢັ້ງຢືນວ່າ ລັດເຊຍ ຈະສືບຕໍ່ຮັກສາການເຈລະຈາທີ່ມີລັກສະນະສ້າງສັນກັບ ອາເມລິກາ. ທ່ານ Kirill Dmitriev ໄດ້ຢັ້ງຢືນເຖິງຄວາມຈຳເປັນຂອງວິວັດທະນາການສົນທະນາທີ່ຍຸຕິທຳ, ບົນຫຼັກການເຄົາລົບເຊິ່ງກັນ ແລະກັນ, ການຮ່ວມມືດ້ານເສດຖະກິດ ແລະຄວາມເປັນຈິງໃນດ້ານການເມືອງ.

ແຫຼ່ງຄັດຈາກ: vovworld.vn