ອີຣານຖະແຫຼງຈະໂຕ້ຕອບຖ້າ ສປຊ ຈັດວາງຄຳສັ່ງລົງໂທດຄືນໃໝ່
ວັນທີ 14 ກໍລະກົດ, ກະຊວງການຕ່າງປະເທດ ອີຣານ ໄດ້ຖະແຫຼງຈະມີປະຕິກະລິຍາຕໍ່ການຈັດວາງຄຳສັ່ງລົງໂທດຂອງ ສປຊ ຕໍ່ໂຄງການນິວເຄຼຍຂອງປະເທດນີ້.
ທ່ານ Esmaeil Baghaei ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ບັນດາຝ່າຍເອີລົບໄດ້ລະເມີດບັນດາພັນທະຂອງເຂົາເຈົ້າຕາມແຜນການກະທຳຮ່ວມຮອບດ້ານ (JCPOA) ໂດຍພື້ນຖານ ແລະຮ້າຍແຮງ, ດັ່ງນັ້ນເຂົາເຈົ້າບໍ່ຖານະນິຕິກຳ ແລະການເມືອງ ເພື່ອນຳໃຊ້ ກົນໄກຟື້ນຟູ, ພ້ອມທັງກ່າວເຕືອນວ່າປະເທດນີ້ຈະມີປະຕິກິລະຍາທີ່ເໝາະສົມ ແລະສົມຄວນຖ້າບັນດາຄຳສັ່ງນີ້ໄດ້ຈັດວາງຄືນໃໝ່.
ກ່ຽວກັບບັນດາການເຈລະຈາກ່ຽວກັບໂຄງການນິວເຄຼຍລະຫວ່າງອາເມລິກາ ແລະອີຣານ ເຊິ່ງໄດ້ຮັບການເຊື່ອມຕໍ່ພາຍຫຼັງທ່ານປະທານາທິບໍດີ ອາເມລິກາ Donald Trump ຮັບດຳລົງຕຳແໜ່ງອາຍຸການທີສອງ, ແຕ່ຖືກຂາດວັກຂາດຕອນເມື່ອອິດສະລາແອັນ ແລະອາເມລິກາ ບຸກໂຈມຕີອີຣານ ເມື່ອເດືອນກ່ອນ, ທ່ານໂຄສົກກະຊວງການຕ່າງປະເທດອີຣານ ໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ມີວັນເວລາ ຫຼືສະຖານທີ່ລະອຽດໃດທີ່ໄດ້ກຳນົດໃຫ້ແກ່ການເຊື່ອມຕໍ່ບັນດາການເຈລະຈານີ້ຄືນໃໝ່.
ແຫຼ່ງຄັດຈາກ: vovworld.vn