ເຮືອບັກຈົມນ້ຳຢູ່ ອິນໂດເນເຊຍ: 23 ຄົນໄດ້ຮັບການກູ້ຊີບ ແລະ 38 ຄົນຍັງຫາຍສາບສູນ
ຕາມຂໍ້ມູນທີ່ໄດ້ອັບເດດໃນຕອນເຊົ້າວັນທີ 3 ກໍລະກົດ ຂອງວົງການເຈົ້າໜ້າທີ່ອິນໂດເນເຊຍ ແລ້ວ, ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 4 ຄົນ, 23 ຄົນໄດ້ຮັບການກູ້ຊີບ ແຕ່ຍັງມີ 38 ຄົນທີ່ຫາຍສາບສູນໃນເຫດເຮືອບັກຂົນສົ່ງ 68 ຄົນ ຈົມນ້ຳໃນເສັ້ນທາງໄປຍັງເກາະ Bali ຂອງ ອິນໂດເນເຊຍ ໃນຕອນຄ່ຳວັນທີ 2 ກໍລະກົດ.
ອົງການຄົ້ນຫາ ແລະ ກູ້ຊີບນະຄອນ Surabaya ຂອງ ອິນໂດເນເຊຍ ໃຫ້ຮູ້ວ່າ ເຮືອບັກ KMP Tunu Pratama Jaya ຖືກຈົມນ້ຳພາຍຫຼັງອອກທ່າກຳປັ່ນ Banyuwangi ຂອງແຂວງ Java ຕາເວັນອອກ ເພື່ອໄປຍັງເກາະ Bali ປະມານ 30 ນາທີ. ປັດຈຸບັນ, ບັນດາການເຄື່ອນໄຫວຊອກຫາຜູ້ຫາຍສາບສູນຍັງໄດ້ດຳເນີນໄປຢ່າງຮີບດ່ວນໃນສະພາບທີ່ມີຄວາມຫຍຸ້ງຍາກເນື່ອງຈາກມີລົມແຮງ ແລະ ນ້ຳໄຫຼນອງ.
ແຫຼ່ງຄັດຈາກ: vovworld.vn