ປະທານາທິບໍດີ ອາເມລິກາ ປະກາດ ອິດສະຣາແອັນ ຕົກລົງຕໍ່ການເຄື່ອນໄຫວຢຸດຍິງພາຍໃນ 60 ວັນຢູ່ເຂດ ກາຊາ
ອິດສະຣາແອັນ ໄດ້ຕົກລົງຕໍ່ບັນດາເງື່ອນໄຂທີ່ຈຳເປັນສໍາລັບຂໍ້ຕົກລົງຢຸດຍິງທີ່ແກ່ຍາວ 60 ວັນ ຢູ່ເຂດ ກາຊາ.
    |
 |
ສະພາບຕຶກອາຄານພາຍຫຼັງການບຸກໂຈມຕີຂອງ ອິດສະຣາແອັນ ຢູ່ເຂດ ກາຊາ. ພາບ: THX/ສໍານັກຂ່າວສານຫວຽດນາມ |
ວັນທີ 1 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ອິດສະຣາແອັນ ໄດ້ຕົກລົງຕໍ່ບັນດາເງື່ອນໄຂທີ່ຈຳເປັນສໍາລັບຂໍ້ຕົກລົງຢຸດຍິງທີ່ແກ່ຍາວ 60 ວັນຢູ່ເຂດ ກາຊາ. ທ່ານປະທານາທິບໍດີ ອາເມລິກາ ໄດ້ເຜີຍໃຫ້ຮູ້ວ່າ ກາຕາ ແລະ ອີຢິບ - ເຊິ່ງເປັນສອງປະເທດເປັນກາງໄກ່ເກ່ຍ ໄດ້ມີຄວາມຮັບຜິດຊອບສົ່ງຂໍ້ສະເໜີສຸດທ້າຍນີ້ເຖິງ ຮາມາດສ. ທ່ານປະທານາທິບໍດີ Donald Trump ຫວັງວ່າ ຂະບວນການ ຮາມາດສ ຈະຍອມຮັບຂໍ້ຕົກລົງນີ້, ພ້ອມທັງຍົກອອກຄຳກ່າວເຕືອນ “ຈະບໍ່ມີຂໍ້ສະເໜີໃດທີ່ດີກວ່າ” ແລະ “ສະພາບການຈະຮ້າຍແຮງຕື່ມອີກ”.
ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Donald Trump ໄດ້ມີການພົບປະ “ຍາວ ແລະມີປະສິດທິຜົນ” ກັບບັນດາຜູ້ຕາງໜ້າ ອາເມລິກາ ແລະວົງການເຈົ້າໜ້າທີ່ ອິດສະຣາແອັນ ກ່ຽວຂ້ອງເຖິງສະພາບການຢູ່ເຂດ ກາຊາ.
ຕົ້ນອາທິດໜ້າ, ທ່ານປະທານາທິບໍດີ ອາເມລິກາ ຈະມີການພົບປະກັບນາຍົກລັດຖະມົນຕີ ອິດສະຣາແອັນ ຢູ່ທຳນຽບຂາວ, ພ້ອມທັງສະແດງຄວາມຫວັງບັນລຸໄດ້ບັນດາຂໍ້ຕົກລົງຢຸດຍິງ, ແລກປ່ຽນຕົວປະກັນໃນອາທິດໜ້າ.
ແຫຼ່ງຄັດຈາກ: vovworld.vn