ກອງປະຊຸມສຸດຍອດ EU ມຸ່ງໄປເຖິງ ເອີລົບທີ່ແກ່ງແຍ້ງ, ປອດໄພ ແລະເປັນເຈົ້າການກ່ວາ
ໃນລະຫວ່າງສອງວັນ ຄືແຕ່ວັນທີ 26-27 ມິຖຸນາ, ກອງປະຊຸມສຸດຍອດບັນດາການນຳສະຫະພາບ ເອີລົບ (EU) ໄດ້ດຳເນີນຢູ່ບຣູກແຊນ (ແບນຊິກ).
ກ່ອນດຳເນີນກອງປະຊຸມ, ທ່ານປະທານສະພາເອີລົບ Antonio Costa ຊີ້ແຈ້ງວ່າ ກອງປະຊຸມຄັ້ງນີ້ແມ່ນຂີດໝາຍສຳຄັນ, ສຸມໃສ່ແກ້ໄຂບັນຫາຫຼັກແຫຼ່ງຄືຍົກສູງຄວາມສາມາດໃນການແກ່ງແຍ້ງ, ຮັບປະກັນຄວາມໝັ້ນຄົງ ແລະເພີ່ມທະວີຄວາມສາມາດໃນການເປັນເຈົ້າຍຸດທະສາດ. ໜຶ່ງໃນບັນດາເນື້ອໃນຈຸດສຸມຢູ່ກອງປະຊຸມ ແມ່ນຍົກສູງກຳລັງແຮງເສດຖະກິດພາຍໃນກຸ່ມ.
ບັນດາການນຳ EU ຈະປຶກສາຫາລືກ່ຽວກັບການປັບປຸງຕະຫຼາດລວມ, ຊຸກຍູ້ການເຊື່ອມໂຍງເສດຖະກິດ ແລະປັບປຸງສະພາບແວດລ້ອມແຫ່ງການລົງທຶນ. ພິເສດ, ກອງປະຊຸມຈະພິຈາລະນາບັນດາມາດຕະການເພື່ອແນໃສ່ເພີ່ມທະວີບົດບາດທົ່ວໂລກຂອງສະກູນເງິນ euro, ຊ່ວຍພື້ນຖານເສດຖະກິດ EU ໃຫ້ມີຄວາມໝັ້ນແກ່ນຕໍ່ໜ້າບັນດາການຜັນແປທີ່ສັບສົນກ່ຽວກັບພິມີສາດເສດຖະກິດຈາກພາຍນອກ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ກອງປະຊຸມຄາດວ່າຈະຮັບຮອງເອົາຂໍ້ຕົກລົງວ່າດ້ວຍການອະນຸຍາດ ບູນກາຣີ ເຂົ້າຮ່ວມເຂດນຳໃຊ້ສະກຸນເງິນລວມ ເອີລົບ (Eurozone) ຢ່າງເປັນທາງການນັບແຕ່ວັນທີ 1 ມັງກອນ 2026, ກາຍເປັນປະເທດທີ 21 ທີ່ ນຳໃຊ້ສະກຸນເງິນ Euro.
ແຫຼ່ງຄັດຈາກ: vovworld.vn