leftcenterrightdel
ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: REUTERS/Ken Cedeno

ວັນທີ 27 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງວ່າ ພ້ອມແລ້ວທີ່ຈະປຸກລະດົມການບຸກໂຈມຕີທາງອາກາດຄັ້ງໃໝ່ ແນໃສ່ ອີຣານ ຖ້າຫາກປະເທດນີ້ສືບຕໍ່ເສີມທາດຢູລານຽມຂຶ້ນລະດັບທີ່ໜ້າວິຕົກກັງວົນ.

ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ, ຖ້າຫາກວ່າຂ່າວສືບລາຊະການລັບອາເມລິກາ ຢັ້ງຢືນວ່າ ອີຣານ ພວມສືບຕໍ່ເສີມທາດຢູລານຽມເຖິງລະດັບອັນລະລາຍ, ອາເມລິກາ ອາດຈະສືບຕໍ່ບຸກໂຈມຕີດ້ານການທະຫານ. ເຖິງຢ່າງໃດກໍ່ຕາມ, ທ່ານ ກໍ່ຖືວ່າ ໂຄງການນິວເຄຼຍຂອງອີຣານ ຖືກທຳລາຍ ແລະຕ້ອງເສຍເວລາຫຼາຍເພື່ອຟື້ນຟູ. ອາເມລິກາ ສະໜັບສະໜູນອົງການພະລັງງານປະລະມານູສາກົນ (IAEA) ຫຼື ອົງການຕິດຕາມເອກະລາດ ສຳຜັດກັບສະຖານທີ່ຢູ່ບັນດາຮາກຖານນິວເຄຼຍຂອງ ອີຣານ ເພື່ອກວດກາ.

ແຫຼ່ງຄັດຈາກ: vovworld.vn