ວັນທີ 27 ມິຖຸນາ, ໂຄສົກກະຊວງການຄ້າ ຈີນ ໃຫ້ຮູ້ວ່າ, ຫວ່າງມໍ່ໆມານີ້ ບັນດາກຸ່ມປະຕິບັດງານດ້ານເສດຖະກິດ ແລະການຄ້າຂອງປະເທດນີ້ ແລະອາເມລິກາ ໄດ້ຢັ້ງຢືນລາຍລະອຽດຕື່ມອີກກ່ຽວກັບຂອບປະຕິບັດຂໍ້ຕົກລົງເຫັນດີເຫັນພ້ອມສຳຄັນ ເຊິ່ງ ບັນດາການນຳ 2 ປະເທດ ບັນລຸໄດ້ໃນການໂອ້ລົມທາງໂທລະສັບໃນວັນທີ 5 ມິຖຸນາ ຜ່ານມາ, ພ້ອມກັນນັ້ນ, ປັບປຸງບັນດາໝາກຜົນຂອງການເຈລະຈາດ້ານເສດຖະກິດ ແລະການຄ້າຢູ່ ເຊີແນວ, ປະເທດສະວິດ.
ກະຊວງດັ່ງກ່າວ ຍັງໃຫ້ຮູ້ຕື່ມອີກວ່າ, ຈີນ ຈະພິຈາລະນາ ແລະອະນຸມັດຜ່ານໃບຄຳຮ້ອງຂໍສົ່ງອອກບັນດາປະເພດສິນຄ້າທີ່ໄດ້ຄວບຄຸ້ມ ໃນຂະນະທີ່ ອາເມລິກາ ຈະຍົກເລີກມາດຕະການຈຳກັດສຳລັບ ຈີນ ຈຳນວນໜຶ່ງ.
ແຫຼ່ງຄັດຈາກ: vovworld.vn
Type the code from the image