ນາຍົກລັດຖະມົນຕີໄທ ສືບຕໍ່ໄປສຳຫຼວດກວດກາເຂດຊາຍແດນກັບກຳປູເຈຍ
ວັນທີ 26 ມິຖຸນາ, ທ່ານໂຄສົກລັດຖະບານໄທ Jirayu Houngsub ໃຫ້ຮູ້ວ່າ ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ ຈະໄປຢ້ຽມຢາມແຂວງ ສຣະແກ້ວ, ໜຶ່ງໃນ 7 ແຂວງຂອງປະເທດນີ້ຢູ່ເຂດຊາຍແດນຕິດກັບກຳປູເຈຍ. ການເຄື່ອນໄຫວແມ່ນເພື່ອແນໃສ່ຢັ້ງຢືນການສະໜັບສະໜູນ ແລະໃຫ້ກຳລັງໃຈສຳລັບກຳລັງເຈົ້າໜ້າທີ່ ແລະ ນັກຮົບພວມປະຕິບັດໜ້າທີ່.