ຖະແຫຼງການຂອງລັດຖະມົນຕີການຕ່າງປະເທດອາຊຽນ ກ່ຽວກັບສະພາບການພາກພື້ນຕາເວັນອອກກາງ
ວັນທີ 26 ມິຖຸນາ, ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ ໄດ້ອອກຖະແຫຼງການກ່ຽວກັບສະພາບການຢູ່ພາກພື້ນຕາເວັນອອກກາງ.
ຕາມນັ້ນແລ້ວ, ບັນດາປະເທດໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັງຕຶ່ງເພີ່ມຂຶ້ນຢູ່ພາກພື້ນຕາເວັນອອກກາງນັບແຕ່ວັນທີ 13 ມິຖຸນາ ແລະສະແດງຄວາມຊົມເຊີຍຕໍ່ຄຳສັ່ງຢຸດຍິງລະຫວ່າງ ອິດສະລາແອັນ ແລະອີຣານ ໃນວັນທີ 24 ມິຖຸນາ.
ໃນຖະແຫຼງການ, ບັນດາປະເທດອາຊຽນ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍເຄົາລົບຄຳສັ່ງຢຸດຍິງ ແລະຫຼີກລ້ຽງການເຮັດໃຫ້ສະພາບການປະທະກັນເພີ່ມຂຶ້ນ. ອາຊຽນ ຢັ້ງຢືນຄືນໃໝ່ພັນທະຂອງທຸກປະເທດໃນການແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ເຄົາລົບອະທິປະໄຕ ແລະຜືນແຜ່ນດິນອັບຄົບຖ້ວນຂອງທຸກປະເທດ, ສອດຄ່ອງກັບກົດໝາຍສາກົນລວມມີກົດບັດ ສປຊ. ອາຊຽນ ເນັ້ນໜັກເຖິງພັນທະປົກປ້ອງສາມັນຊົນ ແລະພື້ນຖານໂຄງລ່າງພົນລະເຮືອນໃນບັນດາການປະທະກັນດ້ວຍອາວຸດ, ສອດຄ່ອງກັບກົດໝາຍສາກົນ ແລະບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ.
ແຫຼ່ງຄັດຈາກ: vovworld.vn