ນາຍົກລັດຖະມົນຕີ ໄທ ໂອ້ລົມທາງໂທລະສັບກັບປະທານາທິບໍດີ ຝລັ່ງ
ທີ່ການໂອ້ລົມດັ່ງກ່າວ ການນຳ 2 ທ່ານ ໄດ້ປຶກສາຫາລືຫຼາຍບັນຫາສຳຄັນ...
    |
 |
ທ່ານນາງນາຍົກລັດຖະມົນຕີ ໄທ ແພທອງທານ ຊິນນະວັດ. ພາບ: ໂຄສົກຫ້ອງວ່າການນາຍົກລັດຖະມົນຕີ ໄທ |
ວັນທີ 27 ມິຖຸນາ, ທ່ານນາງ ນາຍົກລັດຖະມົນຕີ ໄທ ແພທອງທານ ຊິນນະວັດ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron. ນີ້ແມ່ນການໂອ້ລົມແລກປ່ຽນຄັ້ງທຳອິດລະຫວ່າງການນຳຂັ້ນສູງຂອງ 2 ປະເທດ, ນັບແຕ່ເມື່ອທ່ານນາງນາຍົກລັດຖະມົນຕີ ໄທ ຮັບດຳລົງຕຳແໜ່ງໃນເດືອນ ສິງຫາ 2024.
ໂຄສົກຫ້ອງວ່າການນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ, ທີ່ການໂອ້ລົມດັ່ງກ່າວ ການນຳ 2 ທ່ານ ໄດ້ປຶກສາຫາລືຫຼາຍບັນຫາສຳຄັນ. ກ່ຽວກັບການຮ່ວມມືສອງຝ່າຍ, ການນຳ 2 ປະເທດ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດການຄ້າ ແລະ ການລົງທຶນຢ່າງແໜ້ນແຟ້ນກວ່າ. ຝລັ່ງ ປາດຖະໜາຢາກເປີດກວ້າງການຮ່ວມມືກັບ ໄທ ໃນຂົງເຂດຄວາມໝັ້ນຄົງ ແລະເຕັກໂນໂລຊີອາວະກາດ.
ໃນການໂອ້ລົມທາງໂທລະສັບ, ທ່ານນາງນາຍົກລັດຖະມົນຕີ ໄທ ກໍ່ແລກປ່ຽນກັບທ່ານປະທານາທິບໍດີ ຝລັ່ງ ກ່ຽວກັບສະພາບການຂັດແຍ້ງກັນຢູ່ເຂດຊາຍແດນລະຫວ່າງ ໄທ ແລະກຳປູເຈຍ, ໃນນັ້ນ, ທ່ານນາງ ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ອີງໃສ່ຄວາມຈິງໃຈ, ນ້ຳໃຈມິດຕະພາບລະຫວ່າງບັນດາປະເທດຖານບ້ານໃກ້ເຮືອນຄຽງ ແລະ ນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີໃນອາຊຽນ.
ແຫຼ່ງຄັດຈາກ: vovworld.vn