leftcenterrightdel
ສາດສະດາ ອີຣານ Ali Khamenei. ພາບ: Handout via REUTERS

ວັນທີ 26 ມິຖຸນາ, ໃນບົດກ່າວປາໄສຄັ້ງທຳອິດໃນໂທລະພາບນັບແຕ່ເວລາພາຍຫຼັງຄຳສັ່ງຢຸດຍິງລະຫວ່າງ ອີຣານ ແລະອິດສະລາແອັນ ມີຜົນສັກສິດໃນຕອນເຊົ້າວັນທີ 24 ມິຖຸນາ, ສາດສະດາ ອີຣານ Ali Khamenei ໄດ້ຢັ້ງຢືນວ່າ ອາເມລິກາ ບໍ່ບັນລຸໄດ້ໝາກຜົນໃດໃນການບຸກໂຈມຕີອີຣານ ຜ່ານມາ, ສາດສະດາເນັ້ນໜັກວ່າ ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຖືເປັນບັນຫາໃຫຍ່ກ່ຽວກັບປະສິດທິຜົນຂອງການບຸກໂຈມຕີຂອງ ອາເມລິກາ ເລັ່ງໃສ່ບັນດາຮາກຖານນິວເຄຼຍຂອງ ອີຣານ. ຄ້າຍຄືກັນໃນບົດທີ່ໄດ້ເອົາລົງໃນສື່ສັງຄົມ X ໃນວັນທີ 26 ມິຖຸນາ, ສາດສະດາ Ali Khamenei ຊີ້ແຈ້ງວ່າ ອີຣານ ບໍ່ວັນໃດຈະຍອມຈຳນົນ ແລະຍາມໃດກໍ່ກຽມພ້ອມບັນດາການບຸກໂຈມຕີເລັ່ງໃສ່ບັນດາຮາກຖານຂອງ ອາເມລິກາ ຖ້າ ວໍຊິງຕັນດຳເນີນບັນດາການກະທຳເກາະຜິດຕ້ານເຕເຮຣານ ຄືນໃໝ່.

ແຫຼ່ງຄັດຈາກ: vovworld.vn