ໂດຍຜ່ານພາຫະນະສື່ມວນຊົນທາງການ, ຕອນເຊົ້າວັນທີ 22 ມິຖຸນາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ໄດ້ອະນຸຍາດໃຫ້ປິດດ່ານຊາຍແດນກັບ ໄທ ຢູ່ບໍລິເວນເມືອງ Banteay Ampil, ແຂວງ Oddar Meanchey. ຖະແຫຼງການໄດ້ຍົກອອກມາເພື່ອແນໃສ່ໂຕ້ຕອບການກະທຳໃນວັນທີ 07 ມິຖຸນາ ເມື່ອກອງທັບ ໄທ ປິດປະຕູບັນດາດ່ານຊາຍແດນ ແລະປ່ຽນເວລາໄປ-ມາຢູ່ຊາຍແດນລະຫວ່າງສອງປະເທດຕາມລຳພັງຝ່າຍດຽວ.
ທ່ານ Hun Manet ໃຫ້ຮູ້ກ່ຽວຂ້ອງເຖິງເລື່ອງເປີດດ່ານຊາຍແດນລະຫວ່າງສອງປະເທດ, ຖ້າຫາກວ່າ ຝ່າຍ ໄທ ຢາກເປີດດ່ານຊາຍແດນຄືນໃໝ່, ກອງທັບ ໄທ, ຝ່າຍລິເລີ່ມການປິດປະຕູດ່ານຊາຍແດນຕາມລຳພັງຝ່າຍດຽວນັ້ນ, ຕ້ອງເປີດປະຕູຊາຍແດນໄວ້ຄືກ່ອນວັນທີ 07 ມິຖຸນາ ສາກ່ອນ. ກຳປູເຈຍ ຈິ່ງຈະເປີດປະຕູດ່ານຊາຍແດນຄືນໃໝ່ ພາຍຫຼັງ 5 ຊົ່ວໂມງຖັດຈາກນັ້ນ.
ແຫຼ່ງຄັດຈາກ: vovworld.vn
Type the code from the image