ນີ້ກໍແມ່ນບັ້ນບຸກໂຈມຕີດ້ວຍລູກສອນໄຟນຳວິຖີຄັ້ງທຳອິດຂອງ ອີຣານ ເລັ່ງໃສ່ ອິດສະຣາແອັນ ໃນກວ່າ 1 ມື້ຜ່ານມາ. ໃນຂະນະນັ້ນ, ຕອນເຊົ້າຂອງວັນດຽວກັນ, ສະຖານີໂທລະພາບແຫ່ງຊາດ ອີຣານ   ໄດ້ໃຫ້ຂ່າວວ່າ ປະເທດນີ້ ໄດ້ດຳເນີນຫຼາຍບັ້ນຍິງລູກສອນໄຟຄັ້ງໃໝ່ເລັ່ງໃສ່ ອິດສະຣາແອັນ ຕື່ມອີກ.

leftcenterrightdel
ພະນັກງານກູ້ໄພກູ້ຊີບປະຕິບັດໜ້າທີ່ຢູ່ບ່ອນເກີດເຫດບຸກໂຈມຕີ ຢູ່ Tel Aviv ໃນວັນທີ 22 ມິຖຸນາ 2025. ພາບ: REUTERS/Violeta Santos Moura

ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ກໍໄດ້ອອກແຈ້ງການເມື່ອວັນທີ 21 ມິຖຸນາ ວ່າ ກອງທັບປະເທດນີ້ ໄດ້ບຸກໂຈມຕີໃສ່ບັນດາສາງບັນຈຸຢູ່ ຖານທີ່ໝັ້ນກອງທັບເຮືອຂອງ ອີຣານ ຢູ່ Bandar Abbas, ທ່າກ່ຳປັນຍຸດທະສາດໃນອ່າວ ເປີເຊຍ. ກຳລັງທະຫານພິທັກປະຕິວັດ ອິດສະຣາມ ອີຣານ (IRGC) ກໍແຈ້ງໃຫ້ຊາບວ່າ ກອງທັບ ອາກາດ ອິດສະຣາແອັນ ໄດ້ເລັ່ງໃສ່ບັນດາກ່ຳປັນສູ້ຮົບຂອງ ອີຣານ ທີ່ພວມທຽບທ່າກ່ຳປັນຢູ່ທາງທິດໃຕ້. ລະບົບປ້ອງກັນອາກາດກໍໄດ້ເປີດການໃຊ້ງານຢູ່ເຂດດັ່ງກ່າວແລ້ວ. ຕາມໂຄສົກ IDF, ວາທີນາຍພົນ Effie Defrin ຖະແຫຼງວ່າ ກອງທັບອາກາດ ອິດສະຣາແອັນ ຈະສືບຕໍ່ແນໃສ່ເປົ້າໝາຍມີລະບົບເຂົ້າໃນລະບົບບັນຊາການຄວບຄຸມເຮືອບິນບໍ່ມີຄົນຂັບຂອງ ອີຣານ.

ແຫຼ່ງຄັດຈາກ: vovworld.vn