ວັນທີ 20 ມິຖຸນາ, ທ່ານນາງນາຍົກລັດຖະມົນຕີໄທ ແພທອງທານ ຊິນນະວັດ ໄດ້ໄປສຳຫຼວດແຂວງ ອຸບອນ ຣາດຈະທານີ ເພື່ອແນໃສ່ລະດົມກຳລັງໃຈນັກຮົບ ແລະຕີລາຄາສະພາບຄວາມສະຫງົບປອດໄພເຂດຊາຍແດນ ຈອງບົກ ລະຫວ່າງ ໄທ-ກຳປູເຈຍ ຊື່ງແມ່ນແຫ່ງເກີດການປະທະກັນລະຫວ່າງກຳລັງສອງປະເທດໃນວັນທີ 28 ພຶດສະພາທີ່ຜ່ານມາ.
ຢູ່ຖານທີ່ໝັ້ນສູ້ຮົບ ມໍລຣະກົດ, ທ່ານນາງນາຍົກລັດຖະມົນຕີໄທ ແພທອງທານ ຊິນນະວັດ ໄດ້ພົບປະກັບກຳລັງຮັບຜິດຊອບໜ້າທິ່ພິເສດ ສຸຣານະຣາ ລະດົມກຳລັງໃຈທະຫານ ແລະ ຢັງຢືນວ່າ ລັດຖະບານ ໄທ ໃຫ້ຄຳໝັ້ນສັນຍາ ຈະອອກແຮງໜູນຊ່ວຍກຳລັງປະກອບອາວຸດ ແລະ ເນັ້ນນັກວ່າ ກອງທັບແມ່ນເຄື່ອງກຳບັງຂອງຊາດ ແລະ ຕ້ອງຮັບປະກັນເຄື່ອງກຳບັງນີ້ຢ່າງແຮງ ທັງດ້ານວັດຖຸ ແລະ ຈິດໃຈ.
ແຫຼ່ງຄັດຈາກ: vovworld.vn
Type the code from the image