ອາເມລິກາ ປະກາດໃຊ້ຄຳສັ່ງຫ້າມເຂົ້າເມືອງ ສຳລັບພົນລະເມືອງຂອງ 12 ປະເທດ
ວັນທີ 4 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ເຊັນລັດຖະບັນຍັດຫ້າມເຂົ້າເມືອງ ຕາມນັ້ນແລ້ວໄດ້ສະກັດກັ້ນພົນລະເມືອງ ມາຈາກ 12 ປະເທດເຂົ້າປະເທດອາເມລິກາ ແລະ ຈຳກັດພົນລະເມືອງຂອງ 7 ປະເທດອື່ນ.
    |
 |
ທ່ານປະທານາທິບໍດີ ອາເມລິກາ Donald Trump. ພາບ: Reuters |
ທ່ານປະທານາທິບໍດີອາເມລິກາ ເນັ້ນໜັກວ່າ ລັດຖະບັນຍັດເພື່ອປົກປ້ອງຄວາມໝັ້ນຄົງ ແລະ ຜົນປະໂຫຍດແຫ່ງຊາດ ກໍ່ຄືປົກປ້ອງປະຊາຊົນ ອາເມລິກາ. ບັນດາປະເທດຖືກຫ້າມລວມມີ: Afghanistan, Myanmar, Chad, Congo, Guinea, Eritrea, Haiti, Iran, Libya, Somalia, Sudan ແລະ Yemen. ຄຳສັ່ງມີຜົນສັກສິດຢ່າງເປັນທາງການນັບແຕ່ເວລາ 0 ໂມງ 1 ນາທີ ຂອງວັນທີ 9 ມິຖຸນາ ຈະມາເຖິງ. ອາເມລິກາ ກໍ່ຈະຈັດວາງບັນດາຂໍ້ຈຳກັດເຂົ້າເມືອງຢ່າງເຂັ້ມງວດກ່ວາສຳລັບພົນລະເມືອງມາຈາກ 7 ປະເທດ, ຄື: Burundi, Cuba, Lao, Sierra Leone, Togo, Turkmenistan ແລະ Venezuela.
ແຫຼ່ງຄັດຈາກ: vovworld.vn