ລັດເຊຍ ແລະ ຢູແກຼນ ພ້ອມແລ້ວທີ່ຈະດຳເນີນການເຈລະຈາຮອບຕໍ່ໄປຢູ່ Istanbul
ບັນດາຄະນະເຈລະຈາຂອງ ລັດເຊຍ ແລະ ຢູແກຼນ ໄດ້ກຽມພ້ອມໃຫ້ແກ່ການເຈລະຈາຮອບຕໍ່ໄປ, ຄາດວ່າດຳເນີນໃນວັນທີ 2 ມິຖຸນາ ຢູ່ Istanbul, ຕວັກກີ.
ສຳນັກຂ່າວສານລັດເຊຍ RIA ໄດ້ລົງຂ່າວວ່າ ຄະນະເຈລະຈາປະເທດນີ້ໃນວັນທີ 1 ມິຖຸນາ ໄດ້ເດີນທາງໄປຍັງຕວັກກີ. ຕາມແຈ້ງການຂອງກະຊວງການຕ່າງປະເທດ ລັດເຊຍເມື່ອວັນທີ 28 ພຶດສະພາແລ້ວ, ຄາດວ່າ ຄະນະເຈລະຈາໂດຍທ່ານ Vladimir Medinsky ຜູ້ຊ່ວຍວຽກປະທານາທິບໍດີ ລັດເຊຍ ນຳໜ້າ ແລະຈະມອບຮ່າງບົດບັນທຶກຊ່ວຍຈຳວ່າດ້ວຍສັນຕິພາບໃຫ້ແກ່ ຢູແກຼນໃນກອງປະຊຸມຄັ້ງນີ້. ກ່ອນໜ້ານັ້ນ, ໃນວັນທີ 1 ມິຖຸນາ, ຜ່ານແອັບ Telegram, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ Kiev ຈະເຂົ້າຮ່ວມການພົບປະຢູ່ Istanbul ຕາມຂໍ້ສະເໜີຂອງຝ່າຍ ມົດສະກູ. ອີກຄັ້ງໜຶ່ງ, ຄະນະເຈລະຈາຂອງ ຢູແກຼນ ໂດຍທ່ານ Rustem Umerov ລັດຖະມົນຕີກະຊວງປ້ອງກັນປະເທດນຳໜ້າ.
ແຫຼ່ງຄັດຈາກ: vovworld.vn