leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: vovworld.vn

ດ້ວຍຫົວຂໍ້ “ນຳພາເສັ້ນທາງໄປສູ່ຄວາມວັດທະນາຖາວອນແບບຍືນຍົງ, ກວມລວມ ແລະການສ້າງຄວາມເຂັ້ມແຂງດ້ວຍຕົນເອງຜ່ານການຄ້າ, ການລົງທຶນ ແລະນະວັດຕະກຳໂດຍອີງຕາມກົດໝາຍ”, ບັນດາປະເທດເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລື ແລະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດທີ່ສຳຄັນ, ລວມມີການປັບປຸງລະບົບການຄ້າທົ່ວໂລກອີງຕາມກົດໝາຍ, ເພີ່ມທະວີຄວາມສາມາດໃນການຟື້ນຟູລະບົບສະໜອງ ແລະຄວາມໝັ້ນຄົງດ້ານເສດຖະກິດ, ຍູ້ແຮງນະວັດຕະກຳເພື່ອເປົ້າໝາຍພັດທະນາແບບຍືນຍົງ, ຊຸກຍູ້ການແກ່ງແຍ້ງກັນຢ່າງມີຄວາມສະເໝີພາບ.

ແຫຼ່ງຄັດຈາກ: vovworld.vn