ລັດເຊຍ ແລະຢູແກຼນ ແລກປ່ຽນແຜນການຢຸດຕິການປະທະກັນ
ວັນທີ 2 ມິຖຸນາ, ການເຈລະຈາແບບເຊິ່ງໜ້າລະຫວ່າງລັດເຊຍ ແລະຢູແກຼນ ໄດ້ດຳເນີນຢູ່ Istanbul (ຕວັກກີ) ໃນວັນທີ 2 ມິຖຸນາ ໄດ້ສິ້ນສຸດລົງພາຍຫຼັງ 1 ຊົ່ວໂມງກວ່າ.
    |
 |
ການເຈລະຈາຮອບທີ 2 ລະຫວ່າງ ລັດເຊຍ ແລະຢູແກຼນ. ພາບ: Ria Novosti |
ທ່ານ Vladimir Medinsky ຫົວໜ້າຄະນະເຈລະຈາຂອງລັດເຊຍ ໃຫ້ຮູ້ວ່າ ຄະນະລັດເຊຍ ມີຄວາມເພິ່ງພໍໃຈຕໍ່ໝາກຜົນຮອບເຈລະຈາທີ 2 ກັບຢູແກຼນ ແລະ 2 ຝ່າຍກໍແລກປ່ຽນບົດບັນທຶກຊ່ວຍຈຳດ້ວຍບັນດາມາດຕາການແກ້ໄຂການປະທະກັນ. ບົດບັນທຶກຊ່ວຍຈຳຂອງ ລັດເຊຍ ໄດ້ຍົກອອກບັນດາບາດກ້າວ ເພື່ອບັນລຸໄດ້ຄຳສັ່ງຢຸດຍິງຢ່າງສົມບູນ ແລະຢູແກຼນ ໃຫ້ຮູ້ວ່າ ຈະຄົ້ນຄວ້າບົດບັນທຶກຊ່ວຍຈຳດັ່ງກ່າວພາຍໃນ 1 ອາທິດ ແລະຈະມີຄຳຕອບກັບໃຫ້ກັບຝ່າຍລັດເຊຍ.
ໃນຂະນະນັ້ນ, ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ນະຄອນຫຼວງ Vilnius (ລິດວາ), ທ່ານປະທານາທິບໍດີຢູແກຼນ Volodymyr Zelensky ໃຫ້ຮູ້ວ່າ 2 ຄະນະໄດ້ “ແລກປ່ຽນເອກະສານໂດຍຜ່ານຝ່າຍຕວັກກີ ແລະພວກຂ້າພະເຈົ້າພວມກະກຽມບັ້ນມອບສົ່ງຊະເລີຍເສິກສົງຄາມໃໝ່”. ທ່ານຊີ້ແຈ້ງວ່າ ບໍ່ວ່າຂໍ້ຕົກລົງໃດກໍບໍ່ສາມາດເປັນ “ລາງວັນ” ໃຫ້ແກ່ຝ່າຍລັດເຊຍ ໄດ້ແຕ່ Kiev ກຽມພ້ອມປະຕິບັດ “ບັນດາບາດກ້າວທີ່ສຳຄັນໃຫ້ແກ່ສັນຕິພາບ”.
Kiev ກໍສະເໜີຈັດຕັ້ງກອງປະຊຸມຄັ້ງຕໍ່ໄປແຕ່ວັນທີ 20-30 ມິຖຸນາ ແລະຈະພິຈາລະນາແຜນການເຊິ່ງ ມົດສະກູ ໄດ້ຍົກອອກມາ.
ແຫຼ່ງຄັດຈາກ: vovworld.vn